ຮ່າ​ໂນ້ຍ: ເຊີດ​ຊູ​ນັກ​ທຸ​ລະ​ກິດ, ວິ​ສາ​ຫະ​ກິດ ທັງ​ລອງ ປີ 2020

(VOVWORLD) -ທ່ານປະທານຄະນະກຳມະການປະຊາຊົນນະຄອນ ຮ່າໂນ້ຍ ຈູງອກແອັງ ກໍຮັບຮູ້ ແລະ ສະແດງຄວາມຂອບອົກຂອບໃຈຕໍ່ບັນດາການປະກອບສ່ວນຢ່າງໃຫຍ່ຫຼວງຂອງປະຊາຄົມວິສາຫະກິດ, ນັກທຸລະກິດນະຄອນ, ພິເສດແມ່ນວິສາຫະກິດຂະໜາດນ້ອຍ ແລະ ກາງ ທີ່ໄດ້ປະກອບສ່ວນເຂົ້າໃນການພັດທະນາລວມຂອງນະຄອນຫຼວງ. 
ຮ່າ​ໂນ້ຍ: ເຊີດ​ຊູ​ນັກ​ທຸ​ລະ​ກິດ, ວິ​ສາ​ຫະ​ກິດ ທັງ​ລອງ ປີ 2020 - ảnh 1 ພິທີເຊີດຊູນັກທຸລະກິດ, ວິສາຫະກິດ ທັງລອງ ປີ 2020 (ພາບ:congthuong.vn)

ພິທີເຊີດຊູນັກທຸລະກິດ, ວິສາຫະກິດ ທັງລອງ ປີ 2020 ຖືກດຳເນີນໃນຕອນຄ່ຳວັນທີ 24 ຕຸລາ, ຢູ່ຮ່າໂນ້ຍ. ໂດຍມີການເຂົ້າຮ່ວມຂອງທ່ານ ເລຂາຄະນະພັກນະຄອນຮ່າໂນ້ຍ ເວືອງດິ່ງເຫວ້, ທ່ານອະດີດປະທານສະພາແຫ່ງຊາດຫວຽດນາມ ຫງວຽນຊິງຮຸ່ງ, ທ່ານປະທານຄະນະກຳມະການປະຊາຊົນນະຄອນຮ່າໂນ້ຍ ຈູງອກແອັງ ແລະ ການນຳວິສາຫະກິດດີເດັ່ນຂອງນະຄອນ 200 ທ່ານ.

ກ່າວຄຳເຫັນທີ່ພິທີ, ທ່ານປະທານຄະນະກຳມະການປະຊາຊົນນະຄອນ ຮ່າໂນ້ຍ ຈູງອກແອັງ ກໍຮັບຮູ້ ແລະ ສະແດງຄວາມຂອບອົກຂອບໃຈຕໍ່ບັນດາການປະກອບສ່ວນຢ່າງໃຫຍ່ຫຼວງຂອງປະຊາຄົມວິສາຫະກິດ, ນັກທຸລະກິດນະຄອນ, ພິເສດແມ່ນວິສາຫະກິດຂະໜາດນ້ອຍ ແລະ ກາງ ທີ່ໄດ້ປະກອບສ່ວນເຂົ້າໃນການພັດທະນາລວມຂອງນະຄອນຫຼວງ. ດ້ວຍທິດນຳທີ່ວ່າ ຖືປະຊາຊົນ ແລະ ວິສາຫະກິດເປັນໃຈກາງ ເພື່ອຮັບໃຊ້, ຖືຜົນສຳເລັດຂອງບັນດານັກລົງທຶນ, ຂອງວິສາຫະກິດ ແມ່ນຜົນສຳເລັດຂອງນະຄອນ, ທ່ານຈູງອກແອັງ ຢັ້ງຢືນວ່າ ທາງນະຄອນໄດ້ປະກາດໃຊ້ບັນດານະໂຍບາຍເພື່ອໜູນຊ່ວຍການເລີ່ມຕົ້ນທຸລະກິດປະດິດຄິດສ້າງ ດ້ວຍເປົ້າໝາຍ ສ້າງຮ່າໂນ້ຍ ກາຍເປັນສູນປ່ຽນແປງໃໝ່ປະດິດຄິດສ້າງ ແລະ ເລີ່ມຕົ້ນທຸລະກິດຂອງທົ່ວທັງປະເທດ, ເປັນບ່ອນເຊື່ອມຕໍ່ບັນດາແຫຼ່ງກຳລັງຂອງລະບົບປ່ຽນແປງໃໝ່ປະດິດຄິດສ້າງ. ປັດຈຸບັນ, ຮ່າໂນ້ຍ ມີວິສາຫະກິດ ກວ່າ 297.000 ແຫ່ງ, ຢືນອັນດັບທີ 2 ໃນທົ່ວປະເທດກ່ຽວກັບຈຳນວນວິສາຫະກິດທີ່ພວມເຄື່ອນໄຫວ.

 

ຕອບກັບ

ຂ່າວ/ບົດ​ອື່ນ