ຮ່າໂນ້ຍ: ເຊີດຊູນັກສຶກສາດີເລີດ ຈຳນວນ 88 ຄົນ ທີ່ເສັງຈົບຈາກບັນດາມະຫາວິທະຍາໄລ, ສະຖາບັນຕ່າງໆ

(VOVWORLD) - ຕອນບ່າຍວັນທີ 2 ຕຸລາ, ທ່ານນາງ ຈູຮົງມິງ ຮອງເລຂາຄະນະຊາວໜຸ່ມນະຄອນຫຼວງ ຮ່າໂນ້ຍ, ປະທານສະມາຄົມນັກສຶກສາ ນະຄອນຮ່າໂນ້ຍ ໃຫ້ຮູ້ວ່າ: 
ຮ່າໂນ້ຍ: ເຊີດຊູນັກສຶກສາດີເລີດ ຈຳນວນ 88 ຄົນ ທີ່ເສັງຈົບຈາກບັນດາມະຫາວິທະຍາໄລ, ສະຖາບັນຕ່າງໆ - ảnh 1 ທ່ານນາງ ຈູຮົງມິງ ຮອງເລຂາຄະນະຊາວໜຸ່ມນະຄອນຫຼວງ ຮ່າໂນ້ຍ, ປະທານສະມາຄົມນັກສຶກສາ ນະຄອນຮ່າໂນ້ຍ (ພາບ:  hanoimoi.vn)

ປີນີ້, ພິທີເຊີດຊູຍ້ອງຍໍນັກສຶກສາດີເລີດຈຳນວນ 88 ຄົນ ທີ່ເສັງຈົບຈາກບັນດາມະຫາວິທະຍາໄລ, ສະຖາບັນຕ່າງໆ ທີ່ນະຄອນຮ່າໂນ້ຍ, ຄາດວ່າຈະຈັດຂຶ້ນໃນຕອນຄ່ຳວັນທີ 8 ຕຸລາ, ທີ່ສູນວັດທະນະທຳ, ວິທະຍາສາດ ວັນໝຽວ - ກັວກຕື໋ຢາມ.

ບັນດານັກສຶກສາດີເລີດ ໄດ້ຮັບການເຊີດຊູຍ້ອງຍໍ ແມ່ນບັນດານັກສຶກສາທີ່ຮຽນຈົບຈາກ ມະຫາວິທະຍາໄລ, ສະຖາບັນຕ່າງໆ ດ້ວຍຜົນງານເປັນໜ້າປະທັບໃຈທາງດ້ານ ການຮ່ຳຮຽນ, ການຝຶກຝົນຫຼໍ່ຫຼອມ ແລະ ວຽກງານຊາວໜຸ່ມ - ສະມາຄົມ. ນັກສຶກສາດີເລີດຫຼາຍຄົນ ແມ່ນສະມາຊິກພັກ, ແມ່ນບັນດາແບບຢ່າງ ບືນຕົວຂຶ້ນຜ່ານຜ່າຄວາມຫຍຸ້ງຍາກ, ມີກິດຈະກຳຄົ້ນຄວ້າວິທະຍາສາດ, ມີບັນດາຫົວຂໍ້, ຂໍ້ລິເລີ່ມ, ວິທີການແກ້ໄຂແທດຈິງ, ມີປະສິດທິຜົນ ໄດ້ຮັບລາງວັນທັງຢູ່ພາຍໃນ ແລະ ສາກົນ; ນັກສຶກສາຫຼາຍຄົນແມ່ນ ສະມາຊິກຊາວໜຸ່ມ - ສະມາຄົມ ທີ່ເຄື່ອນໄຫວຢ່າງຕັ້ງໜ້າ, ຂະຫຍັນຂັນເຄື່ອນ…

ຊຸມປີຜ່ານມາ, ນະຄອນຮ່າໂນ້ຍ ໄດ້ປະກາດໃຊ້ແຜນນະໂຍບາຍ, ນະໂຍບາຍສຳຄັນຫຼາຍສະບັບ, ສົ່ງເສີມ, ບຳລຸງຢ່າງທັນການ ແລະ ດຶງດູດບັນດາຊັບພະຍາກອນມະນຸດທີ່ມີຄຸນນະພາບສູງ. ໃນນັ້ນ, ລະບຽບຂໍ້ກຳນົດໃນການເຊີດຊູຍ້ອງຍໍ ນັກສຶກສາດີເລີດຂອງບັນດາມະຫາວິທະຍາໄລ, ສະຖາບັນຕ່າງໆຢູ່ນະຄອນ ຮ່າໂນ້ຍ ແມ່ນໜຶ່ງໃນບັນດາກົນໄກພົ້ນເດັ່ນໃນການດຶງດູດເອົາຜູ້ທີ່ມີຄວາມເກັ່ງກ້າສາມາດມາຮັບໃຊ້, ອຸທິດສ່ວນໃຫ້ແກ່ນະຄອນຫຼວງ.

ຕອບກັບ

ຂ່າວ/ບົດ​ອື່ນ