ຮ່າໂນ້ຍ - ເຊີນລາ ຮ່ວມສຳພັນພັດທະນາການທ່ອງທ່ຽວແບບຍືນຍົງ

(VOVWORLD) - ໃນ 9 ເດືອນຕົ້ນປີ ປີ 2022, ຈຳນວນແຂກທ່ອງທ່ຽວມາທ່ອງທ່ຽວຢູ່ແຂວງ ເຊີນລາ ແມ່ນ 2,2 ລ້ານເທື່ອຄົນ, ລາຍຮັບຈາກການບໍລິການທ່ອງທ່ຽວບັນລຸ 2.000 ຕື້ດົ່ງ.
ຮ່າໂນ້ຍ - ເຊີນລາ ຮ່ວມສຳພັນພັດທະນາການທ່ອງທ່ຽວແບບຍືນຍົງ - ảnh 1ກອງປະຊຸມຮ່ວມສຳພັນພັດທະນາຜະລິດຕະພັນທ່ອງທ່ຽວໃໝ່, ລາຍການທ່ອງທ່ຽວ ເຊີນລາ - ຮ່າໂນ້ຍ

ວັນທີ 23 ຕຸລາ, ໃນຂອບເຂດເຫດການ “ສີສັນເຊີນລາ - ໄຕບັກ” ຈັດຂຶ້ນຢູ່ຮ່າໂນ້ຍ, ຄະນະກຳມະການປະຊາຊົນແຂວງ ເຊີນລາ ໄດ້ຈັດຕັ້ງກອງປະຊຸມຮ່ວມສຳພັນພັດທະນາຜະລິດຕະພັນທ່ອງທ່ຽວໃໝ່, ລາຍການທ່ອງທ່ຽວ ເຊີນລາ - ຮ່າໂນ້ຍ.

        ໃນ 9 ເດືອນຕົ້ນປີ ປີ 2022, ຈຳນວນແຂກທ່ອງທ່ຽວມາທ່ອງທ່ຽວຢູ່ແຂວງ ເຊີນລາ ແມ່ນ 2,2 ລ້ານເທື່ອຄົນ, ລາຍຮັບຈາກການບໍລິການທ່ອງທ່ຽວບັນລຸ 2.000 ຕື້ດົ່ງ. ທ່ານ ຫງວຽນຈູ່ງແຄ໋ງ, ຫົວໜ້າກົມໃຫຍ່ທ່ອງທ່ຽວ ໃຫ້ຂໍ້ສັງເກດວ່າ:

        “ສ້າງຜະລິດຕະພັນໃໝ່, ປັບປຸງຜະລິດຕະພັນເກົ່າເປັນຜະລິດຕະພັນໃໝ່ແມ່ນໜ້າທີ່ມີບົດບາດສຳຄັນແຖວໜ້າເພື່ອສ້າງຄວາມດຶງດູດແຂກທ່ອງທ່ຽວ. ເຊີນລາ ມີແຫຼ່ງຊັບພະຍາກອນທຳມະຊາດ, ມີຄຸນຄ່າວັດທະນະທຳຂອງບັນດາຊົນເຜົ່າດຳລົງຊີວິດ, ມີທ່າແຮງກ່ຽວກັບການພັດທະນາບັນດາຮູບແບບການທ່ອງທ່ຽວ. ແຂວງ ເຊີນລາ ໄດ້ດຶງດູດຫຼາຍນັກລົງທຶນເພື່ອສ້າງບັນດາຜະລິດຕະພັນໃໝ່. ນີ້ແມ່ນທ່າແຮງຂອງເຊີນລາ. ສ່ວນສຳລັບ ຮ່າໂນ້ຍແລ້ວ, ມີບັນດາຜະລິດຕະພັນທ່ອງທ່ຽວຕົວເມືອງ, ຜະລິດຕະພັນທ່ອງທ່ຽວວັດທະນະທຳ ປະຫວັດສາດ ແລະ ບັນດາຄຸນຄ່າຂອງວັດທະນະທຳອາຫານການກິນ ຈະແມ່ນແຫຼ່ງຊັບພະຍາກອນທີ່ອຸດົມສົມບູນ ແລະ ມີຄວາມສາມາດບົ່ມຊ້ອນ ເພື່ອໃຫ້ແຂວງເຊີນລາ ແລະ ຮ່າໂນ້ຍ ຮ່ວມສຳພັນເພື່ອສ້າງຜະລິດຕະພັນໃໝ່”.

 

 

ຕອບກັບ

ຂ່າວ/ບົດ​ອື່ນ