ຮ່າໂນ້ຍ ແລະ ກວາງນິງ ເລີ່ມຜ່ອນຜັນມາດຕະການຈຳກັດຍ້ອນໂລກລະບາດໂຄວິດ-19

(VOVWORLD) -ນັບແຕ່ວັນທີ 02 ມີນາ, ນະຄອນ ຮ່າໂນ້ຍ ຕົກລົງໃຫ້ນັກຮຽນຂັ້ນສາມັນ ແລະ ອະນຸບານໄປໂຮງຮຽນເປັນປົກກະຕິ
ຮ່າໂນ້ຍ ແລະ ກວາງນິງ ເລີ່ມຜ່ອນຜັນມາດຕະການຈຳກັດຍ້ອນໂລກລະບາດໂຄວິດ-19 - ảnh 1ບັນດາຮ້ານອາຫານຕ້ອງຮັບປະກັນການປະຕິບັດບັນດາມາດຕະການປ້ອງກັນ, ສະກັດກັ້ນໂລກລະບາດ
(ພາບປະກອບ: suckhoedoisong.vn)

ນັບແຕ່ວັນທີ 02 ມີນາ, ນະຄອນ ຮ່າໂນ້ຍ ຕົກລົງໃຫ້ນັກຮຽນຂັ້ນສາມັນ ແລະ ອະນຸບານໄປໂຮງຮຽນເປັນປົກກະຕິ, ພ້ອມກັນນັ້ນ, ນັກຮຽນ, ນັກສຶກສາບັນດາໂຮງຮຽນວິຊາຊີບໃນບໍລິເວນກໍ່ຈະເລີ່ມຮຽນນັບແຕ່ວັນທີ 08 ມີນາ. ນອກນັ້ນ, ທາງນະຄອນຍັງອະນຸຍາດໃຫ້ບັນດາຮ້ານອາຫານໄດ້ເປີດປະຕູຮັບໃຊ້ລູກຄ້າຢູ່ໃນຮ້ານ ດ້ວຍເງື່ອນໄຂຮັບປະກັນການປະຕິບັດບັນດາມາດຕະການປ້ອງກັນ, ສະກັດກັ້ນໂລກລະບາດນັບແຕ່ເວລາ 0 ໂມງຂອງວັນທີ 02 ມີນາ.

        ຢູ່ແຂວງ ກວາງນິງ, 20 ມື້ຜ່ານມາບໍ່ກວດພົບກໍລະນີຕິດໂລກລະບາດໂຄວິດ-19 ໃນຊຸມຊົນ. ເພື່ອຮັບປະກັນບັນດາການເຄື່ອນໄຫວພັດທະນາເສດຖະກິດ, ສັງຄົມເມື່ອໂລກລະບາດໄດ້ຮັບການຄວບຄຸມ, ຄະນະພັກແຂວງ ກວາງນິງ ໄດ້ຕົກລົງວ່າ, ນັບແຕ່ເວລາ 0 ໂມງຂອງວັນທີ 02 ມີນາ ໃຫ້ອະນຸຍາດເປີດການເຄື່ອນໄຫວທ່ອງທ່ຽວພາຍໃນແຂວງຄືນໃໝ່ ໃຫ້ເໝາະສົມກັບຄວາມສ່ຽງຂອງແຕ່ລະເຂດ ແລະ ຕ້ອນຮັບພຽງແຕ່ນັກທ່ອງທ່ຽວຢູ່ພາຍໃນແຂວງເທົ່ານັ້ນ.

ຕອບກັບ

ຂ່າວ/ບົດ​ອື່ນ