ຮ່າໂນ້ຍ ແລະ ນະຄອນໂຮ່ຈີມິນ ເປັນເຈົ້າການຮັບມືກັບໂລກລະບາດໂຄວິດ-19 ໃນສະພາບການໃໝ່

(VOVWORLD) -ເປັນມື້ທີ 21 ຮ່າໂນ້ຍ ບໍ່ໄດ້ກວດພົບກໍລະນີຕິດເຊື້ອພະຍາດໂຄວິດ-19 ໃນຊຸມຊົນ.
ຮ່າໂນ້ຍ ແລະ ນະຄອນໂຮ່ຈີມິນ ເປັນເຈົ້າການຮັບມືກັບໂລກລະບາດໂຄວິດ-19 ໃນສະພາບການໃໝ່ - ảnh 1(ພາບປະກອບ: TTXVN)

ຕອນບ່າຍວັນທີ 08 ມີນາ, ນະຄອນຮ່າໂນ້ຍ ໄດ້ຈັດກອງປະຊຸມປຶກສາຫາລືບັນດາມາດຕະການເພື່ອຮັບມືກັບໂລກລະບາດໂຄວິດ-19 ໃນສະພາບການໃໝ່ ຂະນະທີ່ເປັນມື້ທີ 21 ບໍ່ໄດ້ກວດພົບກໍລະນີຕິດເຊື້ອພະຍາດໂຄວິດ-19 ໃນຊຸມຊົນ. ກ່ຽວກັບວຽກງານສັກວັກຊິນກັນໂຄວິດ-19, ຂະແໜງສາທາລະນະສຸກນະຄອນຫຼວງ ໄດ້ສ້າງແຜນການລະອຽດ, ຈາກການກວດກາຄືນເປົ້າໝາຍ, ການຮັບວັກຊິນ, ຈັດຕັ້ງການສັກວັກຊິນ, ຕິດຕາມອາການ, ແກ້ໄຂບັນຫາທີ່ເກີດຂຶ້ນພາຍຫຼັງສັກວັກຊິນ. ທ່ານ ຮ່ວາງດຶກແຫ້ງ, ຮອງຫົວໜ້າພະແນກສາທາລະນະສຸກຮ່າໂນ້ຍ, ໃຫ້ຮູ້ວ່າ.

        “ຈຳນວນວັກຊິນຂອງຮ່າໂນ້ຍ ໃນຄັ້ງນີ້ແມ່ນ 8.000 ໂດສ. ເຖິງວ່າໄດ້ສັກວັກຊິນແລ້ວກໍ່ຕາມ, ແຕ່ຮ່າໂນ້ຍ ຍັງຕ້ອງເປັນເຈົ້າການປະຕິບັດ 5 ຢ່າງ ຕາມຂໍສະເໜີແນະຂອງກະຊວງສາທາລະນະສຸກແມ່ນ “ໃຊ້ຜ້າອັດປາກ ອັດດັງ - ຂ້າເຊື້ອ - ແຍກຫ່າງ - ບໍ່ເຕົ້າໂຮມກັນ - ແຈ້ງອາການສຸຂະພາບສາທາລະນະສຸກ”.

        ສ່ວນຢູ່ນະຄອນໂຮ່ຈີມິນ, ສືບຕໍ່ຢຸດຕິການເຄື່ອນໄຫວຂອງຮ້ານບັນເທິງ, ຮ້ານກາຣາໂອເກະ, ສ່ວນບັນດາຮູບແບບດຳເນີນທຸລະກິດການບໍລິການອື່ນໆໄດ້ຮັບອະນຸຍາດເຄື່ອນໄຫວຄືນໃໝ່ນັບແຕ່ວັນທີ 09 ມີນາ.

ຕອບກັບ

ຂ່າວ/ບົດ​ອື່ນ