ຮ່າໂນ້ຍ ແລະ ວຽງຈັນເພີ່ມທະວີການຮ່ວມມືຮອບດ້ານ

(VOVWORLD) -ໂດຍໄດ້ຮັບຄຳເຊີນຂອງທ່ານເລຂາຄະນະພັກ, ເຈົ້າຄອງນະຄອນຫລວງວຽງຈັນ ສິນລະວົງ ຄຸດໄພທູນ, ຄະນະຜູ້ແທນຂັ້ນສູງນະຄອນຫລວງ ຮ່າໂນ້ຍ ໂດຍທ່ານ ຮ່ວາງຈູງຫາຍ, ເລຂາຄະນະພັກນະຄອນ ຮ່າໂນ້ຍ ນຳຫນ້າ ໄດ້ໄປຢ້ຽມຢາມ ແລະ ເຮັດວຽກຢູ່ ນະຄອນຫລວງ ວຽງຈັນ ແຕ່ວັນທີ 24-26 ພະຈິກ ປີ 2017. 
ຮ່າໂນ້ຍ ແລະ ວຽງຈັນເພີ່ມທະວີການຮ່ວມມືຮອບດ້ານ - ảnh 1 ພິທີເຊັນບົດບັນທຶກການຮ່ວມມືລະຫວ່າງນະຄອນຫລວງຮ່າໂນ້ຍ ແລະ ນະຄອນຫລວງວຽງຈັນ

ທີ່ການເຈລະຈາດຳເນີນໃນຕອນບ່າຍວັນທີ 25 ພະຈິກ, ສອງຝ່າຍມີຄວາມປາດຖະຫນາຢາກສືບຕໍ່ຍູ້ແຮງບັນດາການເຄື່ອນໄຫວຮ່ວມມືໃນທຸກຂົງເຂດ, ເປັນຕົ້ນແມ່ນການຮ່ວມມືແລກປ່ຽນລະຫວ່າງອົງຄະນະພັກ, ແບ່ງປັນບົດຮຽນໃນວຽກງານກໍ່ສ້າງພັກ ແລະ ລະບົບການເມືອງ, ວຽກງານຄຸ້ມຄອງ, ການວາງແຜນຜັງພັດທະນາ, ລົງທຶນການຜະລິດດຳເນີນທຸລະກິດ, ການຄ້າ, ວັດທະນະທຳ, ການສຶກສາ, ການທ່ອງທ່ຽວ.

ສິ້ນສຸດການເຈລະຈາ, ສອງຝ່າຍໄດ້ລົງນາມໃນບົດບັນທຶກການຮ່ວມມືໄລຍະ 2017-2020. ຕາມນັ້ນແລ້ວ, ສອງນະຄອນ ຈະສືບຕໍ່ຮັກສາ ແລະ ຊຸກຍູ້ການແລກປ່ຽນຄະນະຜູ້ແທນຂັ້ນສູງ, ແລກປ່ຽນລະຫວ່າງສອງອົງຄະນະພັກ, ແບ່ງປັນບົດຮຽນໃນການກໍ່ສ້າງພັກ ແລະ ລະບົບການເມືອງ, ເພີ່ມທະວີການຮ່ວມມືລະຫວ່າງ ສະພາປະຊາຊົນ, ຄະນະກຳມະການປະຊາຊົນສອງນະຄອນໃນວຽກງານສ້າງເອກະສານນິຕິກຳ, ການຕິດຕາມກວດກາ, ສ້າງລັດຖະບານເອເລັກໂຕນິກ, ການວາງແຜນຜັງ ແລະ ຄຸ້ມຄອງຕົວເມືອງ.ສອງຝ່າຍກໍ່ເຫັນດີຕໍ່ແຜນນະໂຍບາຍຄົ້ນຄ້ວາພິຈາລະນາການຜັນຂະຫຍາຍບັນດາໂຄງການກໍ່ສ້າງສູນການຄ້າ ແລະ ທ່ອງທ່ຽວ ຂອງຮ່າໂນ້ຍ ຢູ່ ວຽງຈັນ ແລະ ຂອງວຽງຈັນຢູ່ ຮ່າໂນ້ຍ.

ຕອນບ່າຍວັນດຽວກັນ, ຄະນະຜູ້ແທນນະຄອນຫລວງ ຮ່າໂນຍ ໄດ້ໄປຢ້ຽມຢາມສະຖານທູດຫວຽດນາມ ປະຈຳລາວ.

ຕອບກັບ

ຂ່າວ/ບົດ​ອື່ນ