ຮ່າໂນ້ຍ ໂຈະການແຂ່ງລົດ F1 ຊົ່ວຄາວ

(VOVWORLD) -ຄະນະກຳມະການປະຊາຊົນນະຄອນຮ່າໂນ້ຍ ໄດ້ປະກາດໂຈະການແຂ່ງລົດ F1 ໂດຍຊົ່ວຄາວ ເຊິ່ງໃນເບື້ອງຕົ້ນຄາດວ່າຈະຈັດຂຶ້ນໃນລະຫວ່າງວັນທີ 03-05 ເມສາ 2020.

ຮ່າໂນ້ຍ ໂຈະການແຂ່ງລົດ F1 ຊົ່ວຄາວ - ảnh 1

ໂຈະການແຂ່ງລົດ F1

(ພາບ: TTXVN)

ຍ້ອນບັນດາການຜັນແປທີ່ສັບສົນ ຂອງສະພາບໂລກພະຍາດ Covid-19, ຕອນຄ່ຳວັນທີ 13 ມີນາ, ຄະນະກຳມະການປະຊາຊົນນະຄອນຮ່າໂນ້ຍ ໄດ້ປະກາດໂຈະການແຂ່ງລົດ F1 ໂດຍຊົ່ວຄາວ ເຊິ່ງໃນເບື້ອງຕົ້ນຄາດວ່າຈະຈັດຂຶ້ນໃນລະຫວ່າງວັນທີ 03-05 ເມສາ 2020.

        ຄະນະກຳມະການປະຊາຊົນນະຄອນຮ່າໂນ້ຍ  ພ້ອມກັບບໍລິສັດ Grand Prix ຫວຽດນາມ ຈຳກັດ ແລະ ບັນດາຝ່າຍທີ່ກ່ຽວຂ້ອງ ຈະສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນ ເພື່ອຕິດຕາມສະພາບການຂອງໂລກລະບາດໃນໄລຍະຈະມາເຖິງ, ຈັດຕາຕະລາງແຂ່ງລົດປ່ຽນແທນໃຫ້ເໝາະສົມກັບເງື່ອນໄຂ, ໄລຍະເວລາທີ່ເໝາະສົມທີ່ສຸດ ເມື່ອໂລກລະບາດໄດ້ຮັບການຄວບຄຸມ ໃນປີ 2020.

ຕອບກັບ

ຂ່າວ/ບົດ​ອື່ນ