ຮ່າໂນ້ຍ ໄດ້ຮັບຊຸດກິດວິໄຈຫາເຊື້ອໄວຣັດ SARS-CoV-2 ຈຳນວນ 50.000 ຊຸດ

(VOVWORLD) -ຄະນະກຳມະການແນວໂຮມປະເທດຊາດຫວຽດນາມ ນະຄອນຮ່າໂນ້ຍ ແລະ ການນຳພະແນກສາທາລະນະສຸກຮ່າໂນ້ຍ ໄດ້ຮັບຊຸດກິດວິໄຈຫາເຊື້ອໄວຣັດ SARS-CoV-2 ຈຳນວນ 50.000 ຊຸດ ທີ່ມີມູນຄ່າ 5 ຕື້ດົ່ງ

ຮ່າໂນ້ຍ ໄດ້ຮັບຊຸດກິດວິໄຈຫາເຊື້ອໄວຣັດ SARS-CoV-2 ຈຳນວນ 50.000 ຊຸດ - ảnh 1

 ພິທີຮັບຊຸດກິດວິໄຈຫາເຊື້ອໄວຣັດ SARS-CoV-2

(ພາບ: dangcongsan.vn)

ວັນທີ 11 ສິງຫາ, ຄະນະກຳມະການແນວໂຮມປະເທດຊາດຫວຽດນາມ ນະຄອນຮ່າໂນ້ຍ ແລະ ການນຳພະແນກສາທາລະນະສຸກຮ່າໂນ້ຍ ໄດ້ຮັບຊຸດກິດວິໄຈຫາເຊື້ອໄວຣັດ SARS-CoV-2 ຈຳນວນ 50.000 ຊຸດ ທີ່ມີມູນຄ່າ 5 ຕື້ດົ່ງ ໂດຍບໍລິສັດຫຸ້ນສ່ວນນ້ຳນົມຫວຽດນາມ (Vinamilk) ມອບໃຫ້, ປະກອບສ່ວນຮັບໃຊ້ໃຫ້ແກ່ວຽກງານປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ-19. ບັນດາຊຸດກິດດັ່ງກ່າວຈະຊ່ວຍໃຫ້ຂະແໜງສາທາລະນະສຸກຍູ້ໄວຄວາມຄືບໜ້າໃນການວິໄຈຫາເຊື້ອໂຄວິດ-19 ໃຫ້ແກ່ໝົດທຸກຄົນທີ່ກັບມາຈາກເຂດເກີດໂລກລະບາດ, ຊ່ວຍໃຫ້ວຽກງານປ້ອງກັນ, ສະກັດກັ້ນໂລກລະບາດບັນລຸປະສິດທິຜົນດີກວ່າ.

ຕອບກັບ

ຂ່າວ/ບົດ​ອື່ນ