ຮ່າໂນ້ຍຄວນນຳຫນ້າແລະກາຍເປັນສູນເລີ່ມປະກອບອາຊີບ,ສູນຫົວຄິດປະດິດສ້າງຂອງປະເທດຊາດ

ຮ່າໂນ້ຍຄວນນຳຫນ້າແລະກາຍເປັນສູນເລີ່ມປະກອບອາຊີບ,ສູນຫົວຄິດປະດິດສ້າງຂອງປະເທດຊາດ - ảnh 1
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ
ພາບ:internet

(vovworld)- ດ້ວຍ​ຫົວ​ຂໍ້​ວ່າ: “ຮ່າ​ໂນ້ຍ​ປີ 2016- ການ​ຮ່ວມ​ມື​ລົງ​ທຶນ ແລະ ພັດ​ທະ​ນາ”, ກອງ​ປະ​ຊຸມ​ສົ່ງ​ເສີມ​ການ​ລົງ​ທຶນ​ຢູ່​ຮ່າ​ໂນ້ຍ ໄດ້​ໄຂ​ຂຶ້ນ​ໃນ​ຕອນ​ເຊົ້າ​ວັນ​ທີ 4/6. ນີ້​ແມ່ນກອງ​ປະ​ຊຸມ​ກ່ຽວ​ກັບ​ວິ​ສາ​ຫະ​ກິດ​ຂະ​ຫນາດ​ໃຫຍ່​ສຸດ​ນັບ​ແຕ່ກ​ອ່ນ​ມາ​ຮອດ​ປະ​ຈຸ​ບັນ​ຂອງ​ຮ່າ​ໂນ້ຍ ເພື່ອ​ຜັນ​ຂະ​ຫຍາຍ​ຫນ້າ​ທີ່, ມາດ​ຕະ​ການ​ຕົ້ນ​ຕໍ ປັບ​ປຸງ​ສະ​ພາບ​ແວດ​ລ້ອມ​ແຫ່ງ​ການ​ດຳ​ເນີນ​ທຸ​ລະ​ກິດ, ຍົກ​ສູງ​ກຳ​ລັງ​ຄວາມ​ສາ​ມາດ​ແກ້ງ​ແຍ້ງ​ແຫ່ງ​ຊາດ​ປີ 2016-2017, ກຳ​ນົດ​ທິດ​ຮອດ​ປີ 2020. ນະ​ທີ່ນີ້, ການ​ນຳ​ນະ​ຄອນ​ຫລວງ ຮ່າ​ໂນ້ຍ ໃຫ້​ຄຳ​ໝັ້ນ​ສັນ​ຍາ ສ້າງ​ເງື່ອນ​ໄຂ​ສະ​ດວກ, ສ້າງ​ສະ​ພາບ​ແວດ​ລ້ອມ​ແຫ່ງ​ການ​ດຳ​ເນີນ​ທຸ​ລະ​ກິດ​ຢ່າງ​ສະ​ດວກ, ປັບ​ປຸງ​ດ້ານ​ບໍ​ລິ​ຫານ​ຢ່າງ​ແຮງ. ທີ່ກອງ​ປ​ະ​ຊຸມ, ຮ່າ​ໂນ້ຍ​ໄດ້​ຮຽກ​ຮ້ອງ​ບັນ​ດາ​ນັກ​ລົງ​ທຶນ ເພື່ອ​ລົງ​ທຶນ​ເຂົ້າ 52 ໂຄງ​ການ, ດ້ວຍຍອດ​ຈຳ​ນວນ​ທຶນ​ຂຶ້ນ​ເຖິງ 338.000 ຕື້​ດົງ. ກ່າວ​ຄຳ​ເຫັນ​ທີ່ກອງ​ປະ​ຊຸມ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ ສະ​ເຫນີ​ວ່າ:

        “ຮ່າ​ໂນ້ຍ ຄວນ​ນຳ​ຫນ້າ ແລະ ກາຍ​ເປັນ​ສູນ​ເລີ່ມ​ປະ​ກອບ​ອາ​ຊີບ, ສູນ​ຫົວ​ຄິດ​ປະ​ດ​ິດ​ສ້າງ​ຂອງ​ທັງ​ປະ​ເທດ. ໃນ​ການ​ສ້າງ​ອຳ​ນາດ​ການ​ປົກ​ຄອງ​ເອ​ເລັກ​ໂຕ​ນິກ, ຮ່າ​ໂນ້ຍ ຄວນ​ນຳ​ໃຊ້​ເຕັກ​ໂນ​ໂລ​ຊີ​ຂໍ້​ມູນ​ຂ່​າວ​ສານ​ຢ່າງ​ສຸ​ດ​ຂີດ​ເຂົ້າ​ໃນ​ການ​ຮັບ​ໃຊ້​ວິ​ສາ​ຫະ​ກິດ ແລະ ປະ​ຊາ​ຊົນ ໃນ​ການ​ປະ​ຕິ​ບັດ​ບັນ​ດາ​ລະ​ບຽບ​ການ​ບໍ​ລິ​ຫານ​ກໍ​ຄ​ື​ສ້າງ​ລະ​ບົບ​ຄຸ້ມ​ຄອງ​ຂໍ້​ມູນ​ຂ່າວ​ສານ​ເພື່ອ​ໃຫ້​ການ​ນຳ​ນະ​ຄອນ​ສາດ​ມາດ​ຕິດ​ຕາມກວດ​ກາ​ຢ່າງ​ໃກ້​ຊິດ ແລະ ຊີ້​ນຳ​ຢ່າງ​ທັນ​ການ, ຮັບ​ປະ​ກັນ​ການ​ປະ​ຕິ​ບັດ​ບັນ​ດາ​ຄຳ​ໝັ້ນ​ໝາຍ​ຕໍ່​ກັບ​ວິ​ສາ​ຫະ​ກິດ, ປະ​ຊາ​ຊົນ​ຢ່າງ​ເຂັ້ມ​ງວດ.”

ຕອບກັບ

ຂ່າວ/ບົດ​ອື່ນ