ຮ່າໂນ້ຍຈັດຕັ້ງການເຄື່ອນໄຫວຕ່າງໆເພື່ອຂຳ່ນັບຮັບຕ້ອນວັນຊາດ

ຮ່າໂນ້ຍຈັດຕັ້ງການເຄື່ອນໄຫວຕ່າງໆເພື່ອຂຳ່ນັບຮັບຕ້ອນວັນຊາດ - ảnh 1
(ພາບປະກອບ:Xuân Chính)

(vovworld)- ນະຄອນ​ຮ່າ​ໂນ້ຍ​ໄດ້​ເຫັນ​ດີ​ກັບ​ແຜນການ​ຈັດ​ຕັ້ງ​ບັນດາ​ການ​ເຄື່ອນ​ໄຫວ​ສະ​ເຫຼີ​ມສະຫຼອງ 70 ປີ​ແຫ່ງ​ວັນປະຕິວັດ​ເດືອ​ນສິງຫາ​ ​ແລະ ວັນຊາດ​ແຫ່ງ​ສາທາລະນະ​ລັດ​ສັງຄົມ​ນິຍົມ​ຫວຽດນາມ (ວັນ​ທີ 2 ທັນວາ) ​ໃນ​ບໍລິ​ເວນ​ນະຄອນ. ຕາມ​ແຜນການ​ແລ້ວ, ບັນດາ​ການ​ເຄື່ອນ​ໄຫວ​ສະ​ເຫຼີມສະຫຼອງ 2 ວັນ​ບຸນ​ໃຫຍ່ ​ຈະ​ດຳ​ເນີນ​ໃນ​ລະຫວ່າງ​ວັນ​ທີ 5/8-10/9 ລວມມີ: ສະ​ແດງ​ວັດ​ທະນະ​ທຳ-ສິລະ​ປະ, ກິລາ; ງານ​ບຸນ​ດົນຕີ “ລະດູ​​ໃບ​ໄມ້​ຫຼົ່ນ​ຮ່າ​ໂນ້ຍ”, ງານ​ມະ​ໂຫລານ​ໂຄສະນາ​​ເຄື່ອນ​ທີ່; ງານ​ວາງສະ​ແດງ, ວາງສະ​ແດງ​ເພີ່ມ​ເຕີມ​ເຂດ​ອະນຸສອນ​ສະຖານ, ​ເຫດການ​ປະຫວັດສາດ​ແຫ່ງ​ລຸງ​ໂຮ່​ໄດ້​ຂຽນບົດ​​ຖະ​ແຫຼ​ງປະກາດ​ເອກະລາດ; ຢື້​ຢາມ​ຖາມ​ຂ່າວ, ມອບ​ຂອງຂວັນ​ໃຫ້​ໝູ່​ຄະນະ, ສ່ວນ​ບຸກຄົນ​ທີ່​ດີ​ເດັ່ນພ້ອມ​ກັບ​ບັນດາການ​ເຄື່ອນ​ໄຫວ “ຕອບ​ບຸນ​ແທນ​ຄຸນ”, “ກິນ​​ເຂົ້າ​ຄິດ​ຮອດ​ຄຸນ​ນາ, ກິນ​ປາ​ຄິດ​ຮອດຄຸນ​ນ້ຳ”…

ຂ່າວ/ບົດ​ອື່ນ