ຮ່າໂນ້ຍຈັດຕັ້ງການເຄື່ອນໄຫວວັດທະນະທຳສິລະປະທີ່ເປັນເອກະລັກສະເພາະຫລາຍຢ່າງຕ້ອນຮັບບຸນປີໃຫມ່ປະຈຳຊາດ201

ຮ່າໂນ້ຍຈັດຕັ້ງການເຄື່ອນໄຫວວັດທະນະທຳສິລະປະທີ່ເປັນເອກະລັກສະເພາະຫລາຍຢ່າງຕ້ອນຮັບບຸນປີໃຫມ່ປະຈຳຊາດ201 - ảnh 1
ບັນ​ດາ​ການ​ເຄື່ອນ​ໄຫວ​ວັດ​ທະ​ນະ​ທຳ​ຢູ່​ຄຸ້ມ​ຖະ​ຫນົນ​ເກົ່າ​ຮ່າ​ໂນ້ຍ
​ໃນ​ໂອ​ກາດ​ບຸນ​ເຕັດ

 (vovworld)- ໃນ​ໂອ​ກາດ​ບຸນ​ປີ​ໃຫມ່​ປະ​ຈຳ​ຊາດ2017, ນະ​ຄອນ ຮ່າ​ໂນ້ຍ ຈັດ​ຕັ້ງ​ການ​ເຄື່ອນ​ໄຫວ​ວັດ​ທະ​ນະ​ທຳ​ສິ​ລະ​ປະ​ທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ​ຫລາຍ​ຢ່າງ ສ້າງ​ບັນ​ຍາ​ກາດ​ເບີກ​ບານ​ມ່ວນ​ຊື່ນ​ໃຫ້​ແກ່​ປະ​ຊາ​ຊົນ​ນະ​ຄອນ​ຫລວງ ແລະ ນັກ​ທ່ອງ​ທ່ຽວ​ຕ້ອນ​ຮັບ​ບຸ​ນ​ປີ​ໃຫມ່​ປະ​ຈຳ​ຊາດ. ຕອນ​ຄ່ຳ​ວັນ​ທີ 27/1 (ແມ່ນ​ວັນ​ທີ 30 ຂອງ​ບຸນ​ເຕັດ) ຢູ່ ບໍ​ລິ​ເວນ​ນະ​ຄອນ ຮ່າ​ໂນ້ຍ ຈະ​ດຳ​ເນີນ 6 ລ​າ​ຍ​ການ​ສະ​ແດງ​ສິ​ລະ​ປະ, ກິ​ລາ​ກາ​ຍ​ຍະ​ກຳ​ພິ​ເສດ​ເພື່ອ​ຕ້ອນ​ຮັບ​ຈຸດ​ເວ​ລາ​ສົ່ງ​ທ້າຍ​ປີ​ເກົ່າ​ຕ້ອນ​ຮັບ​ປີ​ໃຫມ່. ທ່ານ ໂຕວັນ​ດົ້ງ, ຫົວ​ຫນ້າ​ພະ​ແນກວັດ​ທະ​ນະ​ທຳ ກິ​ລາ ຮ່າ​ໂນ້ຍ ໃຫ້​ຮູ້​ວ່າ:

“ບຸນ​ປີ​ໃຫມ່​ປະ​ຈຳ​ຊາດ​ແມ່ນ​ຫນຶ່ງ​ໃນ​ບັນ​ດາ​ໂອ​ກາດ​ຊື່ງ​ຂະ​ແຫນງວັດ​ທະ​ນະ​ທຳ ກິ​ລາ ນະ​ຄອນ​ຫລວງ ສຸມ​ໃສ່​ຈັດ​ຕັ້ງ​ການ​ເຄື່ອນ​ໄຫວ​ຕ່າງໆ. ພວກ​ຂ້າ​ພະ​ເຈົ້າ​ຈະ​ຈັດ​ຕັ້ງ​ບັນ​ດາ​ລາຍ​ການ​ສະ​ແດງ​ສິ​ລະ​ປະ​ ແລະ ການ​ສາຍ​ຮູບ​ເງົາ​ຢູ່ 30 ເມືອງ, ເທດ​ສະ​ບານ​ເພື່ອ​ຮັບ​ໃຊ້​ປ​ະ​ຊາ​ຊົນ​ຢູ່​ເຂດ​ຫ່າງ​ໄກ​ສອກ​ຫລີກ.”

ປີນີ້ ນະ​ຄອນ ຮ່າ​ໂນ້ຍ ບໍ່​ຈັດ​ຕັ້ງ​ການ​ຍິງບັ້ງ​ໄຟ​ດອກ, ສະ​ນັ້ນ ຢູ່​ໃຈ​ກາງ 30 ເມືອງ, ເທດ​ສະ​ບານ, ຂະ​ແຫນງວັດ​ທະ​ນະ​ທຳ​ນະ​ຄອນ​ຮ່າ​ໂນ້ຍ ຈະ​ຈັດ​ຕັ້ງ 60 ລາຍ​ການ​ສະ​ແດງ​ສິ​ລະ​ປະ​ວັດ​ທະ​ນະ​ທຳ​ເພື່ອ​ຂ່ຳ​ນັບ​ຮັບ​ຕ້ອນ​ປີ​ໃຫມ່.


ຕອບກັບ

ຂ່າວ/ບົດ​ອື່ນ