ຮ່າໂນ້ຍຈັດຕັ້ງບັນດາການເຄື່ອນໄຫວລະຫຼິ້ນໃຫ້ເດັກນ້ອຍ

ຮ່າໂນ້ຍຈັດຕັ້ງບັນດາການເຄື່ອນໄຫວລະຫຼິ້ນໃຫ້ເດັກນ້ອຍ - ảnh 1
ການສະແດງຊຸດອາພອນຂອງບັນດາປະເທດ ອາຊີຕາເວັນອອກສ່ຽງໃຕ້
(ພາບ:vietbao.vn)

(vovworld) – ​ ​ ​ເນື່ອງ​ໃນ​ໂອກາດ​ບຸນ​ເຕັກ​ຂອງ​ເດັກນ້ອຍ (1/6), ​ໃນ​ວັນ​ທີ 28 – 29/5, ຢູ່​ຫໍພິພິດທະພັນ​ຊົນ​ເຜົ່າ​ວິທະຍາ ຫວຽດນາມ ​ໄດ້​ຈັດ​ຕັ້ງ​ລາຍການ “ພ້ອມ​ກັນ​​ເຂົ້າ​ຮ່ວມ​ບັນດາ​ການ​ລະ​ຫຼິ້ນ​ພື້ນ​ເມືອງ​ຂອງ​ບັນດາ​ປະ​ເທດ ອາຊີ​ຕ​າ​ເວັນ​ອອກ​ສ່ຽງ​ໃຕ້”, ​ລາຍການໄດ້​ດຶງ​ດູດ​​ເດັກນ້ອຍ​ເຂົ້າ​ຮ່ວມ​ຮ່ວມ​ເປັນ​ຈຳ​ນວນ​ຫຼວງຫຼາຍ. ດ້ວຍ​ການ​ເຄື່ອນ​ໄຫວ​ທີ່​ອຸດົມສົມບູນ​ຕ່າງ​ໆ​ຄື: ສະ​ແດງ, ​​ແຕ້ມ​ຊຸດ​ອາພອນປະຈຳ​ເຜົ່າ, ສະ​ແດງ​ສິລະ​ປະ​ພື້ນ​ເມືອງ… ​ພວກ​ເດັກນ້ອຍ ​ແລະ ​ແຂກ​ມາ​ຊົມ​ໄດ້​ເຂົ້າ​ຮ່ວມ​ບັນຍາກາດ​ວັດທະນະທຳ​ທີ່​ເປັນ​ມູນ​ເຊື້ອ​ດ້ວຍສີສັນ​ຫຼາກ​ຫຼາຍ​ຂອງ ຫວຽດນາມ ​ແລະ ບັນດາ​ປະ​ເທດ ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້. ນ້ອງ ຈູ​ຕ໋ວນລີງ, ຢູ່​ຮ່າ​ໂນ້ຍ, ຜູ້​ເຂົ້າ​ຮ່ວມ​ລາຍ​ການ​​ໃຫ້​ຮູ້​ວ່າ​:

        “ນ້ອງ​ເຫັນ​ວ່າ​ບັນດາ​ການ​ເຄື່ອນ​ໄຫວ​ນີ້​ມີ​ປະ​ໂຫຍ​ດທີ່​ສຸດ, ດ້ວຍ​ບັນດາ​ການ​ລະ​ຫຼິ້ນ​ພື້ນ​ເມືອງຄື​ແນວ​ນີ້ ​ໄດ້​ຊ່ວຍ​ໃຫ້​ພວກ​ນ້ອງ​ຊອກ​ຮູ້​ວັດທະນະທຳ​ຊົນ​ເຜົ່າ ​ແລະ ບັນດາ​ປະ​ເທດ ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້”

        ​ໃນ​ຂະນະ​ນັ້ນ, ງານ​ວາ​ງສະ​ແດງ​ຮູບ​ແຕ້ມ​ພິ​ເສດ​ສະຫງວນ​ໃຫ້​​ເດັກນ້ອຍ​ດ້ວຍຊື່ວ່າ “​ເດັກ​ນ້ອຍ​​ແຕ້ມ” ​ໄດ້​ໄຂ​ຂຶ້ນ​​ໃນ​ຕອນ​ເຊົ້າ​ວັນ​ທີ 29/5 ຢູ່ ​ເມືອງ ຮ່ວານ​ກຽມ. ງານ​ວາງສະ​ແດງ “​ເດັກ​ນ້ອຍ​​ແຕ້ມ” ​ໄດ້​ວາງສະ​ແດງ​​ແນະນຳພາບ​ແຕ້ມ​ເກືອບ 30 ​ແຜ່ນ​ໂດຍ​ເດັກນ້ອຍ​ຢູ່​ບັນດາ​ໂຮ​ງຮຽນ​ຂອງ ຮ່າ​ໂນ້ຍ ​​ແຕ້ມ. ພິ​ເສດ, ​ເມື່ອ​ມາ​ແຫ່ງ​ນີ້, ​ເດັກນ້ອຍ​ຈະ​ໄດ້​ສະ​ແດງ​ຄວາມ​ສຳນຶກ​ຂອງ​ຕົນ, ກໍ່​ສ້າງ​ຄວາມ​ຮູ້ສຶກ​ຕໍ່​ໂລກ​ອ້ອມ​ຮອບ​ຕົນ​ໃນ​ພາບ​ແຕ້ມຢ່າງ​ເສລີ.


ຂ່າວ/ບົດ​ອື່ນ