ຮ່າ​ໂນ້ຍ​ດຶງ​ດູດ​ເງິນ​ລົງ​ທຶນເປັນ​ຈຳ​ນວນ ​3,72 ຕື້ USD ຈາກ​ຕ່າງ​ປະ​ເທດ

(VOVWORLD) -ຄະນະກຳມະການປະຊາຊົນ ນະຄອນຮ່າໂນ້ຍ ໃຫ້ຮູ້ວ່າ ປີ 2020, ຍອດຜະລິດຕະພັນໃນບໍລິເວນຂອງ ນະຄອນຮ່າໂນ້ຍ (GRDP)  ເພີ່ມຂຶ້ນ ເກືອບ 4% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2019. 
ຮ່າ​ໂນ້ຍ​ດຶງ​ດູດ​ເງິນ​ລົງ​ທຶນເປັນ​ຈຳ​ນວນ ​3,72 ຕື້ USD ຈາກ​ຕ່າງ​ປະ​ເທດ - ảnh 1ພາບປະກອບ: thuongtruong.com.vn

ນີ້ແມ່ນ ການເຕີບໂຕຢູ່ໃນລະດັບຕ່ຳ ເມື່ອທຽບໃສ່ກັບແຜນການ ກໍ່ຄືຫຼາຍປີທີ່ຜ່ານມາ ເຊິ່ງສາຍເຫດແມ່ນຍ້ອນຜົນສະທ້ອນຈາກໂລກລະບາດໂຄວິດ - 19. ເຖິງຢ່າງໃດກໍ່ຕາມ, ດັດຊະນີຜະລິດອຸດສາຫະກຳ ໃນບໍລິເວນນະຄອນຍັງເພີ່ມຂຶ້ນ 4,7% ເມື່ອທຽບໃສ່ປີກ່ອນ, ເງິນລົງທຶນພັດທະນາບັນລຸ 413.000 ຕື້ ດົ່ງ, ເພີ່ມຂຶ້ນ 9%ເມື່ອທຽບໃສ່ປີ 2019.         ພິເສດ, ໃນສະພາບການປະສົບກັບຄວາມຫຍຸ້ງຍາກລວມຂອງພື້ນຖານເສດຖະກິດ ໂລກ, ຮ່າໂນ້ຍຍັງຢືນຢູ່ອັນດັບທີ 2 ໃນທົ່ວປະເທດ ກ່ຽວກັບໝາກຜົນຂອງການດຶງດູດເງິນລົງທຶນຈາກຕ່າງປະເທດ ດ້ວຍຈຳນວນເງິນ 3,72 ຕື້ USD.

ຕອບກັບ

ຂ່າວ/ບົດ​ອື່ນ