ຮ່າໂນ້ຍຕັດສິນໃຈຜ່ານຜ່າທຸກຄວາມຫຍຸ້ງຍາກ, ສິ່ງທ້າທາຍ, ນຳທັງລອງ - ຮ່າໂນ້ຍຂຶ້ນສູ່ລະດັບສູງໃໝ່

(VOVWORLD) - ຕອນເຊົ້າວັນທີ 28 ກໍລະກົດ, ຢູ່ສູນກອງປະຊຸມແຫ່ງຊາດ, ຄະນະພັກ-ສະພາປະຊາຊົນ-ຄະນະກຳມະການປະຊາຊົນ-ຄະນະກຳມະການແນວໂຮມປະເທດຊາດ ຫວຽດນາມ ນະຄອນຮ່າໂນ້ຍ
ຮ່າໂນ້ຍຕັດສິນໃຈຜ່ານຜ່າທຸກຄວາມຫຍຸ້ງຍາກ, ສິ່ງທ້າທາຍ, ນຳທັງລອງ - ຮ່າໂນ້ຍຂຶ້ນສູ່ລະດັບສູງໃໝ່ - ảnh 1ພິທີສະເຫຼີມສະຫຼອງ 10 ປີ ແຫ່ງການປະຕິບັດການຈັດສັນອານາເຂດປົກຄອງນະຄອນຮ່າໂນ້ຍ ແລະ ຕ້ອນຮັບຫຼຽນໄຊເອກະລາດ ຊັ້ນ1 ຂຶ້ນຢ່າງສົມກຽດ

ໄດ້ຈັດຕັ້ງພິທີສະເຫຼີມສະຫຼອງ 10 ປີ ແຫ່ງການປະຕິບັດການຈັດສັນອານາເຂດປົກຄອງນະຄອນຮ່າໂນ້ຍ (1 ສິງຫາ 2008 – 1 ສິງຫາ 2018) ແລະ ຕ້ອນຮັບຫຼຽນໄຊເອກະລາດ ຊັ້ນ1 ຂຶ້ນຢ່າງສົມກຽດ. ເຂົ້າຮ່ວມພິທີມີ ທ່ານ ຫງວຽນຝູຈ້ອງ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກຄອມມູນິດ ຫວຽດນາມ; ທ່ານປະທານປະເທດຫວຽດນາມ ເຈິ່ນດ້າຍກວາງ; ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ; ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ແລະ ທ່ານປະທານຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ເຈິ່ນແທັງເໝິນ ພ້ອມດ້ວຍອະດີດການນຳພັກ-ລັດ, ຜູ້ຕາງໜ້າບັນດານະຄອນຂຶ້ນກັບສູນກາງ, ເຂດເສດຖະກິດຈຸດສຸມພາກເໜືອ, ເຂດນະຄອນຫຼວງ.

        ກ່າວຄຳເຫັນທີ່ພິທີ, ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ຢືນຢັນວ່າ ເລື່ອງຈັດສັນອານາເຂດປົກຄອງນະຄອນຮ່າໂນ້ຍ ຕາມມະຕິຕົກລົງ ເລກທີ 15 ຂອງສະພາແຫ່ງຊາດຊຸດທີ 12 ແມ່ນເຫດການມີຄວາມໝາຍສຳຄັນເປັນພິເສດ ຊ່ວຍຮ່າໂນ້ຍມີຂອບເຂດການວາງແຜນຜັງພັດທະນານະຄອນຫຼວງ ໃຫ້ມີຄວາມຮຸ່ງເຮືອງສີວິໄລ, ທັນສະໄໝຕື່ມອີກ ດ້ວຍວິໄສທັດບໍ່ພຽງແຕ່ 20-30 ປີ ເທົ່ານັ້ນ ຫາກຍັງຍາວໄກກວ່ານັ້ນອີກ. ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ເນັ້ນໜັກວ່າ:

        “ ເພື່ອສືບຕໍ່ເສີມຂະຫຍາຍຄວາມສາມາດບົ່ມຊ້ອນ ແລະ ທ່າໄດ້ປຽບຂອງນະຄອນຫຼວງ, ຍູ້ແຮງການພັດທະນາເສດຖະກິດພູມປັນຍາ, ຮັບປະກັນເສດຖະກິດນະຄອນຫຼວງພັດທະນາໄວ ແລະ ຍືນຍົງ; ສືບຕໍ່ມີບັນດາການປະກອບສ່ວນສຳຄັນເຂົ້າໃນວິວັດການປ່ຽນແປງໃໝ່ຮູບແບບການເຕີບໂຕ ຕິດພັນກັບການສ້າງໂຄງປະກອບພື້ນຖານເສດຖະກິດຄືນໃໝ່, ຍົກສູງສະມັດຕະພາບ, ຄຸນນະພາບ, ປະສິດທິຜົນ, ກຳລັງແຂ່ງຂັນ ຂອງພື້ນຖານເສດຖະກິດຮ່າໂນ້ຍ ແລະ ປະກອບສ່ວນໃຫ້ແກ່ປະເທດຊາດ ”

        ໃນບົດກ່າວປາໄສຮັບຄຳໂອວາດ, ທ່ານຮວ່າງຈຸງຮ໋າຍ ເລຂາຄະນະພັກນະຄອນຮ່າໂນ້ຍ ຢືນຢັນວ່າ ການນຳນະຄອນ ຈະປະຕິບັດການຮັບເອົາຄຳເຫັນຢ່າງເປີດອົກເປີດໃຈ, ກຳນົດທິດ ແລະ ຊີ້ນຳ ຢ່າງເຂັ້ມງວດ.  ທ່ານກ່າວວ່າ:

        “ ອົງຄະນະພັກ, ອຳນາດການປົກຄອງ, ກອງທັບ ແລະ ປະຊາຊົນນະຄອນຫຼວງ ໃຫ້ຄຳໝັ້ນສັນຍາວ່າ ຈະສືບຕໍ່ເສີມຂະຫຍາຍມູນເຊື້ອແຫ່ງອະລິຍະທຳ, ຄວາມອົງອາດກ້າຫານ, ເປັນແບບຢ່າງ, ມີຄວາມສາມັກຄີເປັນຈິດໜຶ່ງໃຈດຽວ, ມີການປ່ຽນແປງໃໝ່, ມີຫົວຄິດປະດິດສ້າງ ເພື່ອສືບຕໍ່ຂຸດຄົ້ນທຸກຄວາມສາມາດບົ່ມຊ້ອນ, ທ່າໄດ້ປຽບ ແລະ ກາລະໂອກາດໃໝ່ໃຫ້ດີທີ່ສຸດ. ພ້ອມທັງຕັດສິນໃຈຜ່ານຜ່າທຸກຄວາມຫຍຸ້ງຍາກ, ສິ່ງທ້າທາຍ, ເສີມຂະຫຍາຍຜົນງານທີ່ບັນລຸໄດ້, ແກ້ໄຂບັນດາຂໍ້ຈຳກັດ, ຂໍ້ຄົງຄ້າງຢ່າງເຂັ້ມງວດ, ທັງໝົດເຫຼົ່ານັ້ນແມ່ນເພື່ອເປົ້າໝາຍ ນຳທັງລອງ-ຮ່າໂນ້ຍຂຶ້ນສູ່ລະດັບສູງໃໝ່ ”

        ແລະກໍ່ທີ່ພິທີ, ທ່ານປະທານປະເທດຫວຽດນາມ ເຈິ່ນດ້າຍກວາງ ຕາງໜ້າໃຫ້ການນຳພັກ-ລັດ ປະດັບຫຼຽນໄຊເອກະລາດ ຊັ້ນ 1 ໃຫ້ອົງຄະນະພັກ, ອຳນາດການປົກຄອງ ແລະ ປະຊາຊົນນະຄອນຮ່າໂນ້ຍ ເພື່ອແນໃສ່ຮັບຮູ້ບັນດາຜົນງານດີເດັ່ນ ຂອງນະຄອນ ພາຍຫຼັງເປີດກວ້າງເຂດແດນຄຸ້ມຄອງບໍລິຫານມາເປັນເວລາ 10 ປີ.

 

ຕອບກັບ

ຂ່າວ/ບົດ​ອື່ນ