ຮ່າໂນ້ຍຕ້ອນຮັບນັກທ່ອງທ່ຽວກວ່າ 122.000 ເທື່ອຄົນໃນໂອກາດບຸນເຕັດ

(VOVWORLD) -ຮ່າໂນ້ຍ ຕ້ອນຮັບນັກທ່ອງທ່ຽວປະມານ 122.000 ເທື່ອຄົນ, ບັນລຸເກືອບ 50% ຈຳນວນນັກທ່ອງທ່ຽວເມື່ອທຽບໃສ່ໄລຍະດຽວກັນຂອງປີ 2020.
ຮ່າໂນ້ຍຕ້ອນຮັບນັກທ່ອງທ່ຽວກວ່າ 122.000 ເທື່ອຄົນໃນໂອກາດບຸນເຕັດ - ảnh 1ເຂດປູຊະນີຍະສະຖານ ວັນມ໊ຽວ - ກວ໊ກຕືຢ໊າມ
(ພາບ: TTXVN)

ໃນ 7 ມື້ຂອງບຸນເຕັດປີສະຫຼູ, ແຕ່ວັນທີ 10 ກຸມພາ ຫາວັນທີ 16 ກຸມພາ (ກົງກັບວັນທີ 29 ທັນວາ ປີຊວດ ຫາວັນທີ 05 ມັງກອນ ປີສະຫຼູ 2021), ຮ່າໂນ້ຍ ຕ້ອນຮັບນັກທ່ອງທ່ຽວປະມານ 122.000 ເທື່ອຄົນ, ບັນລຸເກືອບ 50% ຈຳນວນນັກທ່ອງທ່ຽວເມື່ອທຽບໃສ່ໄລຍະດຽວກັນຂອງປີ 2020. ບາງສະຖານທີ່ທ່ອງທ່ຽວທີ່ດຶງດູດນັກທ່ອງທ່ຽວໃນບໍລິເວນນະຄອນຮ່າໂນ້ຍຄື: ເຂດປູຊະນີຍະສະຖານ ວັນມ໊ຽວ - ກວ໊ກຕືຢ໊າມ; ສວນສັດຮ່າໂນ້ຍ; ເຂດພະລາຊະວັງທັງລອງ… ເພື່ອຮັບປະກັນຄວາມປອດໄພໃນສະພາບເກີດໂລກລະບາດໂຄວິດ-19 ພວມຜັນແປໄປຢ່າງສັບສົນນັ້ນ, ບັນດາເຂດທ່ອງທ່ຽວລ້ວນແຕ່ບໍ່ຈັດເຫດການຕ່າງໆ, ການເຄື່ອນໄຫວໃນໂອກາດບຸນເຕັດ ຫຼື ຫຼຸດຜ່ອນຂອບຂະໜາດການຈັດຕັ້ງຕາມແຜນການ, ເພື່ອແນໃສ່ຈຳກັດການເຕົ້າໂຮມກັນຫຼາຍຄົນ.

ຕອບກັບ

ຂ່າວ/ບົດ​ອື່ນ