ຮ່າໂນ້ຍນອນໃນ ກຸ່ມ20ນະຄອນດູດດື່ມຂອງທົ່ວໂລກກ່ຽວກັບການຜະລິດຊອບແວ

ຮ່າໂນ້ຍນອນໃນ ກຸ່ມ20ນະຄອນດູດດື່ມຂອງທົ່ວໂລກກ່ຽວກັບການຜະລິດຊອບແວ - ảnh 1
​ພາບ​ກ່ຽວ​ກັບ​ນະ​ຄອນ​ຫລວງ​ຮ່າ​ໂນ້ຍ

(vovworld)- ​ ​​​ ​ ຮ່າ​ໂນ້ຍນອນ​ໃນ​ກຸ່ມ20ນະ​ຄອນ​ດູດ​ດື່ມ​ຂອງ​ທົ່ວ​ໂລກ​ກ່ຽວ​ກັບ​ການ​ຜະ​ລິດ​ຊອບ​ແວ ໄດ້​ປະ​ກາດ​ທີ່​ພິ​ທີ​ສະ​ເຫລີ​ມ​ສະ​ຫລອງ 71 ປີ​ແຫ່ງວັນ​ສ້າງ​ຕັ້ງ​ຂະ​ແຫນງ​ຖະ​ແຫລງ​ຂ່າວ ແລະ ສື່​ສານ​ຫວຽດ​ນາມ (28/8/1945-28/8/2016) ຊື່ງ​ດຳ​ເນີນ​ໃນ​ຕອນ​ເຊົ້າ​ວັນ​ທີ 26/8 ຢູ່ ຮ່າ​ໂນ້ຍ. ແຕ່​ປີ 2011 ມາ​ຮອດ​ປະ​ຈຸ​ບັນ, ຂະ​ແຫນງ​ອຸດ​ສາ​ຫະ​ກຳ​ເຕັກ​ໂນ​ໂລ​ຊີ​ຂໍ້​ມູນ​ຂ່າວ​ສານ ຮ່າ​ໂນ້ຍ ສືບ​ຕໍ່​ມີ​ການ​ເຕີບ​ໂຕ, ກວມ​ປະ​ມານ 19% ຍອດ​ລາຍ​ຮັບ​ອຸດ​ສາ​ຫະ​ກຳ​ເຕັກ​ໂນ​ໂລ​ຊີ​ຂໍ້​ມູນ​ຂ່າວ​ສານ​ຫວຽດ​ນາມ. ທ່ານ ຟານ​ລານ​ຕູ, ຫົວ​ຫນ້າ​ພະ​ແນກ​ຖະ​ແຫລງ​ຂ່າວ ແລະ ສື່​ສານ ຮ່າ​ໂນ້ຍ​ໃຫ້​ຮູ້​ວ່າ: ໄລ​ຍະ 2016-2020, ນະ​ຄອນ ຮ່າ​ໂນ້ຍ ຈະ​ສຸມ​ໃສ່​ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ຊອບ​ແວ, ບໍ​ລິ​ການ​ເຕັກ​ໂນ​ໂລ​ຊີ​ຂໍ້​ມູນ​ຂ່າວ​ສານ ພ້ອມ​ທັງ​ເພີ່ມ​ທະ​ວີ​ການ​ໝູນ​ໃຊ້​ເຕັກ​ໂນ​ໂລ​ຊີ​ຂໍ້​ມູນ​ຂ່າວ​ສານ​ເຂົ້າ​ໃນ​ການ​ເຄື່ອນ​ໄຫວ​ຂອງ​ບັນ​ດາ​ອົງ​ການ​ລັດກວ່າ​ອີກ.

 

 

ຕອບກັບ

ຂ່າວ/ບົດ​ອື່ນ