ຮ່າໂນ້ຍປຸກລະດົມ ແລະ ຮັບການສະໜັບສະໜູນກອງທຶນ “ເພື່ອຄົນທຸກຍາກ”

ຮ່າໂນ້ຍປຸກລະດົມ ແລະ ຮັບການສະໜັບສະໜູນກອງທຶນ “ເພື່ອຄົນທຸກຍາກ” - ảnh 1

(ສະໜັບ​ສະ​ໜູນ​ກອງ​ທຶນ “​ເພື່ອ​ຄົນ​ທຸກ​ຍາກ” 2012)

(vovworld) -     ກອງ​ທຶນ “​ເພື່ອ​ຄົນ​ທຸກ​ຍາກ” ຂອງ​ນະຄອນ​ຮ່າ​ໂນ້ຍ ​ໄດ້​ຮັບບໍລິຈາກ​ກວ່າ 51 ຕື້​ດົງ​ຈາກ​ບັນດາ​ອົງການ, ອົງການ​ຈັດ​ຕັ້ງ, ສ່ວນ​ບຸກຄົນ​ໃນ​ບໍລິ​ເວນ​ນະຄອນຫຼວງ​ຮ່າ​ໂນ້ຍ ທີ່​ສະໜັບ​ສະ​ໜູນ​ໃຫ້​ຄົນ​ທຸກ​ຍາກ​ໃນ​ລາຍການ​ພົບ​ປະ​ແລກປ່ຽນ​ສິລະ​ປະ “ນັກທຸລະກິດສາຍໃຈ​ ​ແລະ ຄວາມ​ເກັ່ງ​ກ້າ​ສາມາດ” ​ແ​ລະ ປຸກລະດົມການ​ສະໜັບສະໜູນ​ກອງທຶນ “ວັນ​ເພື່ອ​ຄົນ​ທຸກ​ຍາກ” ປີ 2012, ​ເຊິ່ງ​ຖືກ​ດຳ​​ເນີນ​ໄປ​​ເມື່ອ​ຕອນ​ຄໍ່າ​ວັນ​ທີ 7/10 ຢູ່​ຮ່າ​ໂຮ້ຍ. ທ່ານ Dao Van Binh, ປະທານ​ຄະນະ​ກຳມະການ​ແນວ​ໂຮມ​ປະ​ເທດ​ຊາດ​ນະຄອນ​ຮ່າ​ໂນ້ຍ, ຫົວ​ນະ​ຄະນະ​ກອງ​ທຶນ “​ເພື່ອ​ຄົນ​ທຸກ​ຍາກ” ນະຄອນ​ຮ່າ​ໂນ້ຍ​ໃຫ້​ຮູ້​ວ່າ, ​ໃນ​ຕະຫຼອດ 12 ປີຜ່ານມາ, ກອງ​ທຶນ​ເພື່ອ​ຄົນ​ທຸກ​ຍາກ​ຂອງ​ຮ່າ​ໂນ້ຍ ​ໄດ້​ໜູນ​ຊ່ວຍ​ກໍສ້້າງ, ສ້ອມ​​ແປງ​​ເຮືອນ​ຖືກ​ເປ່ເພ​ເກືອບ 30.000 ຫຼັງ ​ແລະ ໜູນ​ຊ່ວຍ​ແນວ​ພັນ, ທຶນຮອນ, ອຸປະກອນ​ຮັບ​ໃຊ້​ການ​ຜະລິດ​ໃຫ້​ບັນດາ​ຄອບ​ຄົວ​ທຸກ​ຍາກ. ປະຈຸ​ບັນ, ນະຄອນ​ຮ່າ​ໂນ້ຍ ມີ​ຄອບຄົວ​ທຸກ​ຍາກ​ ​2% ແລະ ບໍ່​ມີ​ຕາ​​ແສງ​ທຸກ​ຍາກອີກ. ​ເພື່ອ​ປະຕິບັດ​ຈຸດໝາຍ​ຮອດ​ປີ 2015, ​ນັບແຕ່​ວັນ​ທີ 7/10 – 8/11, ທາງ​ນະຄອນ​ສືບ​ຕໍ່​ຮຽກຮ້ອງ​ບັນດາ​ອົງ​ການ, ຫົວໜ່ວຍ, ວິ​ສາ​ຫະກິດ, ອົງການ​ຈັດ​ຕັ້ງ ​ແລະ ປະຊາຊົນ​ເສີມ​ຂະຫຍາຍ​ມູນ​ເຊື້ອ “ຮ່ວມ​ແຮງ​ຮ່ວມ​ໃຈ” ສະໜັບສະໜູນ​ກອງ​ທຶນ “​ເພື່ອ​ຄົນ​ທຸກ​ຍາກ” ​ແລະ ບັນດາ​ລາຍການ​ຮັບປະກັນ​ຊີວິດ​ສັງຄົມ ​ເພື່ອ​ແນ​ໃສ່​ປຸກລຸກ​ກຳລັງ​ແຮງ​ຂອງ​ທັງ​ລະ​ບົບການ​ເມືອງ ​ແລະ ທົ່ວສັງຄົມ, ສ້າງ​ກຳລັງ​ແຮງ​ເບິ່ງ​ແຍງ​ດູ​ແລ​ໃຫ້​ຄົນ​ທຸກ​ຍາກ​ຢ່າງ​ແທດ​ຈິງ.

ຂ່າວ/ບົດ​ອື່ນ