ຮ່າໂນ້ຍປະກາດໝາກຜົນແຫ່ງໝູນໃຊ້ເຕັກໂລໂນຊີຂໍ້ມູນຂ່າວສານ

ຮ່າໂນ້ຍປະກາດໝາກຜົນແຫ່ງໝູນໃຊ້ເຕັກໂລໂນຊີຂໍ້ມູນຂ່າວສານ - ảnh 1
ພິທີປະກາດ​ໝາກຜົນ​ຕີ​ລາຄາ, ຈັດອັນ​ດັບ​ການໝູນໃຊ້
ເຕັກ​​ໂລ​ໂນ​ຊີ​ຂໍ້​ມູນຂ່າວສານ​ ປີ 2014
(ພາບ:vtv.vn)

 (vovworld)- ວັນ​ທີ 19/7, ຄະນະ​ຊີ້​ນຳການໝູນໃຊ້​ເຕັກ​​ໂລ​ໂນ​ຊີ​ຂໍ້​ມູນ​ຂ່າວສານນະຄອນ​ຮ່າ​ໂນ້ຍ ​ໄດ້​ປະກາດ​ໝາກຜົນ​ຕີ​ລາຄາ, ຈັດອັນ​ດັບ​ການໝູນໃຊ້​ເຕັກ​​ໂລ​ໂນ​ຊີ​ຂໍ້​ມູນຂ່າວສານ​ໃນ​ການ​ເຄື່ອນ​ໄຫວຂອງ​ອົງການ​ສຳນັກງານແຫ່ງ​ລັດ​ນະຄອນຮ່າ​ໂນ້ຍ ປີ 2014. ​ເຂົ້າ​ຮ່ວມ​ການ​ຕີ​ລາຄາ, ຈັດອັນ​ດັບ​ການໝູນໃຊ້​ເຕັກ​​ໂລ​ໂນ​ຊີ​ຂໍ້​ມູນຂ່າວສານ​ໃນ​ການ​ເຄື່ອນ​ໄຫວຂອງ​ອົງການ​ສຳນັກງານແຫ່ງ​ລັດ​ນະຄອນຮ່າ​ໂນ້ຍ ປີ 2014 ມີ 111 ຫົວໜ່ວຍ, ​ໃນ​ນັ້ນ​ມີ 22 ​ພະ​ແນ​ກ, ຂະ​ແໜງ​ການ, 13 ຄະນະ​ກຳມະການ​ປະຊາຊົນຂັ້ນ​ເມືອງ, ​ເທດສະບານ. ໝາກຜົນ​ມີ​ຢູ່​ວ່າ: 19 ຫົວໜ່ວຍທີ່​ດີ​ເດັ່ນ, ຖືກຈັດ​ອັນ​ດັບ​ສູງ​ໄດ້​ຮັບ​ໃບ​ຍ້ອງຍໍ​ຈາກ​ຄະນະ​ກຳມະການ​ປະຊາຊົນ​ນະຄອນ. ​

    ກ່າ​ວຄຳ​ເຫັນ​ທີ່​ພິທີ, ທ່ານ​ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ຖະ​ແຫຼ​ງຂ່າວ ​ແລະ ສື່ສານ​ຫວຽດນາມ ຫງວຽນ​ແທ່ງ​ຮື​ງ ຕີ​ລາຄາ​ສູງ​​ເລື່ອງຈັດ​ຕັ້ງ​ການຕີ​ລາຄາ, ຈັດ​ອັນ​ດັບ ການໝູນໃຊ້​ເຕັກ​​ໂລ​ໂນ​ຊີ​ຂໍ້​ມູນຂ່າວສານ​ໃນ​​ອົງການສຳນັກງານ​ແຫ່ງ​ລັດ​ນະຄອນຮ່າ​ໂນ້ຍ.ຕາມທ່ານ​ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ຖະ​ແຫຼ​ງຂ່າວ ​ແລະ ສື່ສານ​ຫວຽດນາມ ຫງວຽນ​ແທ່ງ​ຮື​ງ ​ແລ້ວ, ​ໃນ​ຊຸມ​ປີ​ມໍໆ​ມາ​ນີ້, ຮ່າ​​ໂນ້ຍ ລ້ວນ​ແຕ່ນຳ​ໜ້າ​​ບັນດາ​ແຂວງ, ນະຄອນ​ທີ່​ຂຶ້ນ​ກັບສູນ​ກາງ ກ່ຽວ​ກັບລະດັບການ​ໝູນ​ໃຊ້​ເຕັກ​ໂລ​ໂນ​ຊີຊໍ້​ມູນ​ຂ່າວສານ​​ໃນ​​ເກືອບ​ທັງ​ໝົດບັນດາ​ມາດຖານ, ພິ​ເສດ​ແມ່ນການ​ໝູນ​ໃຊ້​ເຕັກ​ໂລ​ໂນ​ຊີຊໍ້​ມູນ​ຂ່າວສານ​ໃນ​ການ​ຮັບ​ໃຊ້​ປະຊາຊົນ ​ແລະ ວິ​ສາ​ຫະກິດ.

ຂ່າວ/ບົດ​ອື່ນ