ຮ່າ​ໂນ້ຍ​ປະ​ຕິ​ບັດ​ມາດ​ຕະ​ການ​ຟື້ນ​ຟູ​ເສດ​ຖະ​ກິດ ໄປ​ຄຽງ​ຄູ່​ກັບ​ການ​ປະ​ຕິ​ບັດມາດ​ຕະ​ການ​ປ້ອງ​ກັນ, ສະ​ກັດ​ກັ້ນ​ໂ​ລກ​ລະ​ບາດ

(VOVWORLD) -ຕໍ່ໜ້າຄວາມຫຍຸ້ງຍາກ ແລະ ສິ່ງທະທາຍ ຍ້ອນໂລກລະບາດໂຄວິດ - 19, ດ້ວຍບົດບາດເປັນເຂດເສດຖະກິດນຳໜ້າ, ຮ້າໂນ້ຍໄດ້ຜັນຂະຫຍາຍປະຕິບັດບັນດາມາດຕະການ ແລະ ໜ້າທີ່ຄວບຄູ່ຢ່າງຂ້ຽວຊາດ ທັງປ້ອງກັນ ແລະ ສະກັດກັ້ນໂລກລະບາດ ທັງຜະລິດ, ດຳເນີນທຸລະກິດ, ຟື້ນຟູເສດຖະກິດ, ຮັບປະກັນຊີວິດສັງຄົມ.
ຮ່າ​ໂນ້ຍ​ປະ​ຕິ​ບັດ​ມາດ​ຕະ​ການ​ຟື້ນ​ຟູ​ເສດ​ຖະ​ກິດ ໄປ​ຄຽງ​ຄູ່​ກັບ​ການ​ປະ​ຕິ​ບັດມາດ​ຕະ​ການ​ປ້ອງ​ກັນ, ສະ​ກັດ​ກັ້ນ​ໂ​ລກ​ລະ​ບາດ - ảnh 1(ພາບປະກອບ: laodongthudo.vn) 

         ທາງນະຄອນໄດ້ປະຕິບັດການປະຢັດໃນການໃຊ້ຈ່າຍເປັນປະຈຳ ຫຼຸດຜ່ອນບັນດາວຽກງານທີ່ຍັງບໍ່ທັນຈຳເປັນ; ຮຽກຮ້ອງວິສາຫະກິດໃຊ້ຈ່າຍຢ່າງປະຢັດ ເພື່ອສະຫງວນແຫລ່ງກຳລັງຮັບໃຊ້ວຽກງານປ້ອງກັນ ແລະ ສະກັດກັ້ນໂລກລະບາດ. ໄປຄຽງຄູ່ກັນນັ້ນ, ນະຄອນກໍຊີ້ນຳໃຫ້ສຸມໃສ່ຜັນຂະຫຍາຍບັນດາການເຄື່ອນໄຫວເຊື່ອມຕໍ່ລະຫວ່າງຜູ້ຈຳໜ່າຍກັບຜູ້ບໍລິໂພກອຸປະໂພກ, ໜູນຊ່ວຍການຈຳໜ່າຍບັນດາຜະລິດຕະພັນກະເສດ, ສິນໃນນ້ຳທີ່ກຳລັງ ແລະ ໃກ້ຈະຮອດລະດູການເກັບກ່ຽວ; ຍູ້ແຮງບັນດາການເຄື່ອນໄຫວສົ່ງເສີມການຄ້າຢູ່ຕະຫຼາດພາຍໃນ, ປຸກລຸກກຳລັງພາຍໃນປະເທດ, ສົ່ງເສີມວິສາຫະກິດຫວຽດນາມພັດທະນາ ແລະ ການຊົມໃຊ້ສິນຄ້າຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ