ຮ່າໂນ້ຍຜັນຂະຫຍາຍບັນດາມາດຕະການປົກປັກຮັກສາມໍລະດົກພະລາດຊະວັງທັງລອງ

ຮ່າໂນ້ຍຜັນຂະຫຍາຍບັນດາມາດຕະການປົກປັກຮັກສາມໍລະດົກພະລາດຊະວັງທັງລອງ  - ảnh 1
ປະຕູໂຂງພະລາດ​ຊະ​ວັງ ທັງ​ລອງ
(ພາບ : baodisan.com)

Vovworld- ນະຄອນ​ຮ່າ​ໂນ້ຍພວມ​ຜັນ​ຂະຫຍາຍ​ບັນດາ​ມາດ​ຕະການ​ປົກ​ປັກ​ຮັກສາ​ເຂດ​ສູນ​ກາງ​ປູຊະນີຍະສະຖານ​ພະລາດ​ຊະ​ວັງ ທັງ​ລອງ, ຕາມ​ນັ້ນ​ແລ້ວ, ທາງນະຄອນ​ສືບ​ຕໍ່​ເປີດ​ກ້ວາງ​ເນື້ອ​ທີ່​ຂຸດ​ຄົ້ນ​ວັດຖຸບູຮານ, ​ເພີ່ມ​ທະວີ​ການ​ຄົ້ນ​ຄ້ວາ, ​ເຮັດ​ໃຫ້​ຈະ​ແຈ້ງ​ຄຸນຄ່າ​ບັນດາ​ປູຊະນີຍະສະຖານ, ສະຖາປັດຕະຍະກຳ​ສະ​ໄໝ​ລາດ​ຊະ​ວົງ​ຫງວຽນ​ໃນ​ບໍລິ​ເວນ​ພະລາດ​ຊະ​ວັງ. ໃນ​ປີ 2013, ສູນ​ອະນຸລັກ​ຮັກສາ​ມໍລະດົກ​ທັງ​ລອງ - ຮ່າ​ໂນ້ຍ ​ໄດ້​ເປັນ​ປະທານ​ສົມ​ທົບ​ກັບ​ສະ​ຖາ​ບັນ​ບູຮານຄະດີ ປະຕິບັດ​ການ​ຂຸດ​ຄົ້ນຢູ່ບໍລິເວນກໍ່ສ້າງທາງອຸໂມງ ແລະ ສະຖານທີ່ຈອດລົດຂອງ ກິດຈະ​ກຳ​ກໍ່ສ້າງ​ຕຶກ​ອາຄານ​ສະພາ​ແຫ່ງ​ຊາດ ​ແລະ ​ເປີດ​ກ້ວາງ​ການ​ຂຸດ​ຄົ້ນ​ບໍລິ​ເວນ​ວັງ ກິ​ງທຽນ. ທາງ​ນະຄອນ​ກໍ​ໄດ້​ມອບ​ໝາຍ​ໃຫ້ ສູນ​ອະນຸລັກ​ຮັກສາ​ມໍລະດົກ​ຄຸ້ມ​ຄອງ​ເຂດ​ເຊື່ອມ​ຕໍ່, ​ເຂດ​ຂ້າມ​ຜ່ານ​, ຮັບປະກັນ​ຄວາມ​ສະຫງົບ​ປອດ​ໄພ ​ແລະ ທັດສະນີ​ຍະ​ພາບ​ໃຫ້​ກົມ​ກ່ຽວ​ກັບ​ມໍລະດົກ, ກ້າວ​ໄປ​ເຖິງ​ການ​ເປີດ​ກ້ວາງ ເຂດ​ເຊື່ອມ​ຕໍ່, ​ເຂດ​ຂ້າມ​ຜ່ານທາງ​ທິດ​ເໜືອ, ທິດຕາ​ເວັນ​ອອກ ​ແລະ ທິດ​ໃຕ້​ຂອງ​ເຂດ​ມໍລະດົກ. 

ຂ່າວ/ບົດ​ອື່ນ