ຮ່າໂນ້ຍພັດທະນາຮູບແບບທ່ານໝໍຄອບຄົວ

ຮ່າໂນ້ຍພັດທະນາຮູບແບບທ່ານໝໍຄອບຄົວ - ảnh 1
ພາບປະກອບ

(vovworld) – ປີ 2016, ພະ​​ແນ​ກສາທາ​ລະນະ​ສຸກ ຮ່າ​ໂນ້ຍ ສືບ​ຕໍ່​ສ້າງ ​ແລະ ພັດທະນາ​ຮູບ​ແບບ​ຫ້ອງ​ກວດ​ພະຍາດ​ຂອງ​ທ່ານໝໍ​ຄອບຄົວ​ໃນ​ລະບົບ​ສາທາລະນະ​ສຸກ​ນະຄອນ​ເພື່ອ​ແນ​ໃສ່​ສະໜອງ​ບໍລິການ​ເບິ່ງ​ແຍງ​ດູ​ແລ​ສຸຂະພາບພື້ນຖານ, ຮອບດ້ານ, ຕໍ່​ເນື່ອງ, ສະດວກ​ໃຫ້​ແກ່​ບັນດາ​ບຸກຄົນ, ຄອບຄົວ ​ແລະ ວົງ​ຄະນະ​ຍາດ, ປະກອບສ່ວນ​ຫລຸດຜ່ອນ​ຜູ້​ເຂົ້າ​ກວດ ​ແລະ ປິ່ນປົວ​ພະຍາດ​ຢູ່ໂຮງໝໍຫຼາຍ​ເກີນ. ພະ​ແນ​ກສາທາ​ລະນະ​ສຸກ ຮ່າ​ໂນ້ຍ ​ໄດ້​ສ້າງ ​ແລະ ປະຕິບັດ​ສຳ​ເລັດ​ຮູບ​​ແບບ​ຫ້ອງ​ກວດ​ພະຍາດທ່ານໝໍ​ຄອບຄົວ, ປັບປຸງ​ການ​ເຄື່ອນ​ໄຫວ​ຂອງ 78 ຮູບ​ແບບ​ຫ້ອງ​ກວດ​ພະຍາດ​ທີ່​ມີ​ຢູ່​ແລ້ວ, ​ເປີດ​ກ້ວາງ​ຮູບ​ແບບ​ຫ້ອງ​ກວດ​ພະຍາດທ່ານໝໍ​ຄອບຄົວ ຢູ່​ຫ້ອງ​ກວດ​ພະຍາດ​ຫຼາຍ​ຂະ​ແໜງ ​ແລະ ສຸກສາລາ, 1 ຮູບ​ແບບ​ຢູ່​ໂຮງໝໍ​ລະດັບ​ເມືອງ. ​ໂຮງ​ໝໍ​ຂັ້ນ​ນະຄອນ, ​ໂຮງໝໍ​ສະ​ເພາະ​ຫຼາຍ​ແຫ່ງ​ໄດ້​ສ້າງ​ຕັ້ງ​ຫ້ອງ​ກວດ​ພະຍາດທ່ານໝໍ​ຄອບຄົວ ຫຼື ໜ່ວຍ​ຕ້ອນຮັບ​ຄົນ​ເຈັບ​ຈາກ​ຫ້ອງ​ກວດ​ພະຍາດທ່ານໝໍ​ຄອບຄົວ.

        ຮ່າ​ໂນ້ຍ ​ແມ່ນ​ໜຶ່ງ​ໃນ​ບັນດາ​ແຂວງ, ນະຄອນ​ຜັນ​ຂະຫຍາຍ​ຮູບ​ແບບ​ຫ້ອງ​ກວດ​ພະຍາດທ່ານໝໍ​ຄອບຄົວ​ເປັນ​ຢ່າງ​ດີ, ປະກອບສ່ວນ​ແກ້​ໄຂ 70% ຄວາມ​ຕ້ອງການ​ເບີ່​ງ​ແຍງ​ດູ​ແລ​ສຸຂະພາບ​ຂອງ​ປະຊາຊົນ​ຂັ້ນ​ຮາກ​ຖານ.


ຂ່າວ/ບົດ​ອື່ນ