ຮ່າໂນ້ຍພົບປະເຈລະຈາກັບບັນດາວິສາຫະກິດ

ຮ່າໂນ້ຍພົບປະເຈລະຈາກັບບັນດາວິສາຫະກິດ - ảnh 1
ຮ່າໂນ້ຍພົບປະເຈລະຈາກັບບັນດາວິສາຫະກິດ
(ພາບ: nhandan.com.vn)

(vovworld) - ຕອນ​ເຊົ້າ​ວັນ​ທີ 28/11, ຄະນະ​ກຳມະການ​ປະຊາຊົນ​ນະຄອນ ຮ່າ​ໂນ້ຍ ​ໄດ້​ຈັດ​ຕັ້ງ​ກອງ​ປະຊຸມ​ພົບ​ປະ​​ເຈລະຈາ​ກັບ​ບັນດາ​ວິ​ສາ​ຫະກິດ​ເພື່ອ​ແນ​ໃສ່​ແກ້​ໄຂ​ຄວາມ​ຫຍຸ້ງຍາກ, ຂໍ້ຕິດ​ຄັດ ກໍ່​ຄື​ກຳນົດ​ທິດ​ທາງ​ກ່ຽວ​ກັບ​ການ​ປັບປຸງ​ສະພາບ​ແວດ​ລ້ອມ​ແຫ່ງ​ການ​ລົງທຶນ, ດຳ​ເນີນ​ທຸລະ​ກິດ, ການໜູນ​ຊ່ວຍ ​ແລະ ການພັດທະນາ​ວິ​ສາ​ຫະກິດ​ປີ 2017. ກ່າວ​ຄວາມ​ເຫັນ​ໄຂ​ການ​ພົບ​ປະ​ເຈລະຈາ, ທ່ານ ຮ່ວາງ​ຈູງ​ຫາຍ, ​ເລຂາ​ຄະນະ​ພັກ​ນະຄອນ ຮ່າ​ໂນ້ຍ ຢືນຢັນ​ວ່າ, ປີ 2016 ຮ່າ​ໂນ້ຍ ​ໄດ້​ມີ​ການ​ພັດທະນາ​ກະ​ໂດດ​ຂັ້ນ​, ນັບ​ທັງ​ດ້ານ​ຈຳນວນ​ວິ​ສາ​ຫະກິດ​ເລີ່​ມດຳ​ເນີນ​ອາຊີບ ​ແລະ ການ​ດຶງ​ດູດ​ການ​ລົງທຶນ ຍ້ອນ​ສະພາບ​ແວດ​ລ້ອມ​ແຫ່ງ​ການ​ລົງທຶນມີ​ຄວາມ​ສະດວກ​ສະບາຍ. ທ່ານ ຮ່ວາງ​ຈູງ​ຫາຍ, ​ເລຂາ​ຄະນະ​ພັກ​ນະຄອນ ຮ່າ​ໂນ້ຍ, ຖື​ວ່າ:

        “ການ​ປະຕິ​ຮູບ​ດ້ານ​ການ​ບໍລິຫານ​ແມ່ນ​ບັນຫາ​ເຊິ່ງວິ​ສາ​ຫະກິດ​ເອົາ​ໃຈ​ໃສ່​ທີ່​ສຸດ. ບົນ​ພື້ນຖານ​ບັນດາ​ຂໍ້​ສະ​ເໜີ​ຂອງ​ວິ​ສາ​ຫະກິດ​ຢູ່​ທີ່​ການ​ພົບ​ປະ​ເຈລະຈາ, ບັນດາ​ອົງການ​ຂອງ​ນະຄອນ​ຈະ​ປັບປຸງ, ປະກາດ​ໃຊ້​ບັນດາ​ນະ​ໂຍບາຍ​ທີ່​ເໝາະ​ສົມ ​ເພື່ອ​ໃຫ້​ບັນດາ​ຂໍ້​ສະ​ເໜີ​ຂອງ​ວິ​ສາ​ຫະກິດ​ໄດ້​ຮັບ​ການ​ແກ້​ໄຂ​ໂດຍ​ໄວ“.

        ທີ່ການ​ພົບ​ປະ​ເຈລະຈາ, ບັນດາ​ວິ​ສາ​ຫະກິດສະ​ເໜີ​ການ​ນຳ​ນະຄອນ ຮ່າ​ໂນ້ຍບັນດາ​ບັນຫາ​ທີ່​ພວມ​ກໍ່​ຄວາມ​ຫຍຸ້ງຍາກ​ສຳລັບ​ການ​ພັດທະນາ​ ຂອງ​ວິ​ສາ​ຫະກິດຢ່າງ​ໄວ, ໝັ້ນຄົງ​, ​ເຊັ່ນ: ການ​ປະຕິ​ຮູບ​ລະບຽບ​ການ​ ບໍລິຫານ, ການ​ບຸກ​ເບີກ​ໜ້າ​ພຽງ, ຄວາມ​ຫຍຸ້ງຍາກ​ໃນ​ການ​ຊອກ​ຫາ​ຄູ່​ຮ່ວມ​ມື​ດ້ານ​ອຸດສາຫະກຳ​ສຳຮອງ, ນະ​ໂຍບາຍ​ພິ​ເສດ​​ໃຫ້​ແກ່​ການ​ເລີ່​ມດຳ​ເນີນ​ອາຊີບ, ການ​ບຸລິ​ມາ​ສິດ​ດ້ານ​ພາສີ​ອາກອນ​ໃຫ້​ບັນດາ​ນັກ​ລົງທຶນ​ພາກ​ເອກະ​ຊົນ.

ຂ່າວ/ບົດ​ອື່ນ