ຮ່າໂນ້ຍມີນັກໂທດ 386 ຄົນໄດ້ຮັບ ການປ່ອຍຕົວໃນໂອກາດບຸນປີໃໝ່ ປະຈຳຊາດ

ຮ່າໂນ້ຍມີນັກໂທດ 386 ຄົນໄດ້ຮັບ ການປ່ອຍຕົວໃນໂອກາດບຸນປີໃໝ່ ປະຈຳຊາດ - ảnh 1

(ພາບ: ອິນ​ເຕີແນັດ)

(vovworld)- ​ເນື່ອງ​ໃນ​ໂອກາດ​ບຸນປີ​ໃໝ່​ປະຈຳ​ຊາດ, ປີ​ມະ​ເສ​ງ 2013, ວັນ​ທີ 31/1,​ ສະພາພິຈາລະນາການ​ຜ່ອນ​​ໂທດ ​ແລະ ປ່ອຍ​ຕົວ​ນັກ​ໂທດອອກຈາກ​ຄຸກກ່ອນ​ກຳນົດ​​ນະຄອນ​ຮ່າ​ໂນ້ຍ ​ໄດ້​ປະກາດ​ຂໍ້​ຕົກລົງ​ຂອງ​ປະທານ​ປະ​ເທດກ່ຽວ​ກັບ​ການ​ຫລຸດຜ່ອນ​ກຳນົດເວລາ​ປະຕິບັດ​ໂທດ​ໃຫ້​ແກ່​​ນັກ​ໂທດ​ 386 ຄົນ. ນີ້​ແມ່ນ​ບັນດາ​ນັກ​ໂທດ​ມີ​ຜົນງານ​ດັດ​ສ້າງ​ເປັນ​ຢ່າງ​ດີ​ໃນ​ວິວັດ​ການ​ປະຕິບັດ​ຄຳ​ຕັດສິນ​ຂອງ​ສານ​ຢູ່​ບັນດາ​ຄ້າຍ​ກັກຂັງພາງ ​ໂດຍ​ຕຳຫຼວດ​ຮ່າ​ໂນ້ຍ ຄຸ້ມ​ຄອງ. ​ໃນ​ຈຳນວນ​ນັກ​ໂທດ​ໄດ້​ຮັບ​ການ​ອະ​ໄພ​ຍະ​ໂທດ​ຄັ້ງນີ້​ມີ 160 ຄົນ​ໄດ້​ຮັບ​ການ​ປ່ອຍ​ຕົວ​ເປັນ​ອິດສະຫຼະ, 226 ຄົນ​ໄດ້​ຮັບ​ການ​ຜ່ອນ​ໂທດ​ແຕ່ 3-10 ​ເດືອນ. ສະພາພິຈາລະນາການ​ຜ່ອນ​​ໂທດ ​ແລະ ປ່ອຍ​ຕົວ​ນັກ​ໂທດອອກຈາກ​ຄຸກ​ກ່ອນ​ກຳນົດ​ນະຄອນ​ຮ່າ​ໂນ້ຍ ​ໄດ້​ສົມທົບ​ກັບ​ບັນດາ​ອົງການ​ມີໜ້າ​ທີ່​ຮັບຜິດຊອບ ດຳ​ເນີນ​ບັນດາ​ຂັ້ນຕອນ​ພິຈາລະນາການຜ່ອນ​​ໂທດ ​ແລະ ປ່ອຍ​ຕົວ​ນັກ​ໂທດ ອອກຈາກ​ຄຸກກ່ອນ​ກຳນົດ​​ຢ່າງ​ເປີດ​ເຜີຍ, ປະຊາທິປະ​ໄຕ, ຊັດ​ເຈນ. ປີ​ນີ້, ​ແຜນ​ນະ​ໂຍບາຍ​ຂອງ​ຕຳຫຼວດ​ນະຄອນ​ຮ່າ​ໂນ້ຍ ​ແມ່ນ​ບໍ່​ໃຫ້​ສະ​ເໜີ​ພິຈາລະນາ​ການ​ອະ​ໄພ​ຍະ​ໂທດສຳລັບ​ນັກ​ໂທດ​ມີ​ການ​ກະທຳ​ຜິດ​ປຸ້ນ​ສະດົມ​ຊັບ​ສິນຂອງ​ປະຊາຊົນ, ​ຄາດ​ຕະ​ກຳ ​ແລະ ອື່ນໆ…

 

 

 

 

ຂ່າວ/ບົດ​ອື່ນ