ຮ່າ​ໂນ້ຍມອບ​ຜ້າ​ອັດ​ປາກ - ອັດດັງ ​ໃຫ້​ແກ່​ນະ​ຄອນ ນິວຢອກ (ປະ​ເທດ​ອາເມເລິ​ກາ)

(VOVWORLD) - ຜ້າອັດປາກ - ອັດດັງງວດທີ 2ດ້ວຍປະລິມານ 2 ໂຕນທີ່ນະຄອນຮ່າໂນ້ຍມອບໃຫ້ນະຄອນນິວຢອກ ວັນທີ 9 ກໍລະກົດ ສະຖານທູດຫວຽດນາມ ປະຈຳອາເມລິກາ ແລະ ຄະນະຜູ້ຕາງໜ້າຫວຽດນາມປະຈຳ ສປຊ ໄດ້ເຮັດສຳເລັດລະບຽບການດ້ານພາສີ ແລະ ມອບໃຫ້ນະຄອນ ນິວຢອກແລ້ວ .
ຮ່າ​ໂນ້ຍມອບ​ຜ້າ​ອັດ​ປາກ - ອັດດັງ ​ໃຫ້​ແກ່​ນະ​ຄອນ ນິວຢອກ (ປະ​ເທດ​ອາເມເລິ​ກາ) - ảnh 1ທ່ານ ດັ້ງດິ່ງກຸ໊ຍ ເອກອັກຄະລັດຖະທູດຫວຽດນາມ ແລະ ທ່ານນາງ Penny Abeywardena, ກຳມະການສະພານະຄອນ ນິວຢອກ

ທ່ານນາງ Penny Abeywardena, ກຳມະການສະພານະຄອນ ນິວຢອກຜູ້ຮັບຜິດຊອບວຽກງານການຕ່າງປະເທດ, ໄດ້ສະແດງຄວາມຂອບໃຈຢ່າງຈິງໃຈມາຍັງອຳນາດການປົກຄອງ ແລະ ປະຊາຊົນນະຄອນຮ່າໂນ້ຍ. ທ່ານນາງ Penny Abeywardena ໃຫ້ຮູ້ວ່ານີ້ແມ່ນການຊ່ວຍເຫຼືອທີ່ແທດຈິງທີ່ສຸດໃນສະພາບການນະຄອນນິວຢອກຍັງພວມມານະພະຍາຍາມຮັບມືກັບໂລກລະບາດ Covid -19.

        ທ່ານ ດັ້ງດິ່ງກຸ໊ຍ ເອກອັກຄະລັດຖະທູດຫວຽດນາມໄດ້ສະແດງຄວາມປາດຖະໜາວ່າ ຂອງ ຜ້າອັດປາກ - ອັດດັງຈະປະກອບສ່ວນຊ່ວຍໃຫ້ປະຊາຊົນນິວຢອກຜ່ານຜ່າໄລຍະ ປະສົບກັບຄວາມຫຍຸ້ງຍາກຈາກໂລກລະບາດ Covid - 19. ທ່ານກໍ່ຫວັງວ່າ ສອງນະຄອນ ນິວຢອກ ແລະ ຮ່າໂນ້ຍ ຈະມີຫຼາຍກາລະໂອກາດຮ່ວມມືໃນອະນາຄົດ, ພິເສດແມ່ນການຮ່ວມມືລະຫວ່າງບັນດາວິສາຫະກິດເພື່ອແນໃສ່ພັດທະນາເສດຖະກິດ, ສັງຄົມ ແລະ ແກ້ໄຂຜົນຮ້າຍຢ້ອນຫຼັງຈາກ ໂລກລະບາດ Covid – 19.

        ແລະກໍ່ໃນວັນທີ 9 ກໍລະກົດ, ຢູ່ສຳນັກງານສະຫະພັນລັດຖະສະພາໂລກ (IPU) ຢູ່ເຊີແນວ, ປະເທດ ສະວິດ, ທ່ານນາງ ເລທິຕວຽດມາຍ, ຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ປະຈຳ ສປຊ, ອົງການການຄ້າໂລກ ແລະ ບັນດາອົງການຈັດຕັ້ງສາກົນ, ໄດ້ມີການພົບປະກັບເລຂາທິການໃຫຍ່ IPU ແລະ ມອບຜ້າອັດປາກ - ອັດດັງຂອງທ່ານປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນໃຫ້ຄະນະເລຂາ IPU.

ຕອບກັບ

ຂ່າວ/ບົດ​ອື່ນ