ຮ່າໂນ້ຍລະດົມໄດ້50ກ່ວາຕື້ດົ່ງທີ່ພິທີປຸກລະດົມເດືອນເພື່ອຄົນທຸກຍາກປີ2014

ຮ່າໂນ້ຍລະດົມໄດ້50ກ່ວາຕື້ດົ່ງທີ່ພິທີປຸກລະດົມເດືອນເພື່ອຄົນທຸກຍາກປີ2014 - ảnh 1
ການກວດ​ພະ​ຍາດ​ໃຫ້​ຄົນ​ເຈັບ​ທຸກ​ຍາກ
(ພາບ: TTXVN)

(vovworld)​ ​- ພິທີ​ປຸກລະດົມເດືອນເພື່ອ​ຄົນ​ທຸກ​ຍາກ​ປີ 2014 ຖືກ​ດຳ​ເນີນ​ໃນ​ຕອນ​ຄຳ່​ວັນ​ທີ 15/10 ​ເນື່ອງ​ໃນ​ໂອກາດ​ສະ​ເຫຼີ​ມສະຫຼອງ 60 ປີ ​ແຫ່ງ​ວັນ​ປົດ​ປ່ອຍ​ນະຄອນຫຼວງ (10/10/1954-10/10/2014) ​ແລະ ວັນ​ນັກທຸລະກິດ​ຫວຽດນາມ 13/10.

         “ ວັນ​ເພື່ອ​ຄົນ​ທຸກ​ຍາກ ” ນະຄອນ​ຮ່າ​ໂນ້ຍ ຖືກ​ດຳ​ເນີນ​ແຕ່​ວັນ​ທີ 17/10-18/11/2014. ຄະນະ​ກຳມະການ​ປະຊາ​ຊົນນະຄອນ​ໄດ້​ຮຽກຮ້ອງ​ບັນດາ​ອົງການ, ຫົວໜ່ວຍ, ວິ​ສາ​ຫະກິດ, ອົງການ​ຈັດ​ຕັ້ງ ​ແລະ ​ປະຊາຊົນທຸກ​ຊັ້ນ​ວັນນະ​ເສີມ​ຂະຫຍາຍ​ມູນ​ເຊື້ອ​ຄວາມ​ສາມັກຄີ “ຮັກ​ແພງ​ຊ່ວຍ​ເຫຼືອ​ຊຶ່ງກັນ ​ແລະ ກັນ”, ​ເຂົ້າ​ຮ່ວມ​ການສະໜັບສະໜູນ​ກອງ​ທຶນ “ ​ເພື່ອ​ຄົນ​ທຸກ​ຍາກ ” ​ແລະ ບັນດາ​​ໂຄງການຮັບປະກັນ​ຊີວິດ​ສັງຄົມປີ 2014. ກ່າວ​ຄຳ​ເຫັນ​ທີ່​ພິທີ​ປຸກລະດົມ, ທ່ານ​ດ່າວວັນ​ບິ່ງ, ຮອງ​ປະທານ​ຄະນະ​ກຳມະການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ, ປະທານ​ຄະນະ​ກຳມະການ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ​ນະ​ຄອນ​ຮ່າ​ໂນ້ຍ​ ​ໃຫ້​ຮູ້​ວ່າ: ​ໃນ​ປີ 2014, ​ເຖິງ​ວ່າ​ເສດຖະກິດ​ຂອງ​ປະ​ເທດ ​ແລະ ນະຄອນ​ຍັງ​ພົບກັບ​ຄວາມ​ຫຍຸ້ງ​ຍາກຫຼາຍ​ຢ່າງແຕ່​ບັນດາ​ວິ​ສາ​ຫະກິດ, ນັກທຸລະ ກິດຍັງ​ຄົງ​ປະກອບສ່ວນ​ຢ່າງ​ຕັ້ງໜ້າ​ເຂົ້າ​ໃນ​ພາລະກິດພັດທະນາ​ເສດຖະກິດ,   ວັດທະນະທຳ, ສັງຄົມ​ຂອງ​ນະຄອນ. ທີ່​ພິທີ​ປຸກລະດົມ, ບັນດາ​ວິ​ສາ​ຫະກິດ​ໄດ້​ແບ່ງປັນ​ບັນດາ​ວຽກ​ງານ​ທີ່​ແທດ​ຈິງ ​ເພື່ອ​ໜູນ​ຊ່ວຍ​ຄົນ​ທຸກ​ຍາກ​ຜ່ານ​ຜ່າ​ຄວາມ​ຫຍຸ້ງຍາກ, ບືນ​ຕົວ​ຂຶ້ນ​ໃນ​ການ​ດຳລົງ​ຊີວິດ.

 


ຂ່າວ/ບົດ​ອື່ນ