ຮ່າໂນ້ຍ-ວຽງຈັນ ເຊັນບັນດາບົດບັນທຶກຊ່ວຍຈຳ ວ່າດ້ວຍການຮ່ວມມືເພີ່ມທະວີການແລກປ່ຽນຄ້າຂາຍ

(VOVWORLD) - ບັນດາສາຫະກິດ ຮ່າໂນ້ຍ ແລະ ວິສາຫະກິດ ລາວ ໄດ້ເຊັນບົດບັນທຶກຊ່ວຍຈຳ 9 ສະບັບ (MoU)  ວ່າດ້ວຍການຮ່ວມມືໃນຫຼາຍຂົງເຂດ
ຮ່າໂນ້ຍ-ວຽງຈັນ ເຊັນບັນດາບົດບັນທຶກຊ່ວຍຈຳ ວ່າດ້ວຍການຮ່ວມມືເພີ່ມທະວີການແລກປ່ຽນຄ້າຂາຍ - ảnh 1ທີ່ພິທີເຊັນບົດບັນທຶກຊ່ວຍຈຳ
(ພາບ: TTXVN)

  ທີ່ກອງປະຊຸມເຊື່ອມຕໍ່ການແລກປ່ຽນລະຫວ່າງວິສາຫະກິດ ຮ່າໂນ້ຍ ກັບວິສາຫະກິດ ລາວ ຈັດຂຶ້ນໃນຕອນເຊົ້າວັນທີ 24 ພະຈິກຢູ່ນະຄອນຫຼວງ ວຽງຈັນ, ບັນດາສາຫະກິດ ຮ່າໂນ້ຍ ແລະ ວິສາຫະກິດ ລາວ ໄດ້ເຊັນບົດບັນທຶກຊ່ວຍຈຳ 9 ສະບັບ (MoU)  ວ່າດ້ວຍການຮ່ວມມືໃນຫຼາຍຂົງເຂດຄື: ມອບແນວພັນ, ຖ່າຍຖອດເຕັກນິກ ແລະ ພັດທະນາເຂດວັດຖຸດິບ, ເກັບຊື້ຜະລິດຕະພັນ ເພື່ອເປີດຫຼາຍໂອກາດການຮ່ວມມືດຳເນີນທຸລະກິດ.

   ແລະ ກໍ່ໃນກອງປະຊຸມ, ບັນດາວິສາຫະກິດ ຮ່າໂນ້ຍ ໄດ້ແບ່ງປັນບົດຮຽນປະສົບການ ແລະ ບາງຄວາມຕ້ອງການ, ຄວາມສາມາດບົ່ມຊ້ອນຮ່ວມມືກັບວິສາຫະກິດ ລາວ, ແນະນຳສູນສຶກສາວິຊາຊີບ ແລະ ໜູນຊ່ວຍພັດທະນາແມ່ຍິງ ຮ່າໂນ້ຍ ແລະ ສະໂມສອນນັກທຸລະກິດຍິງ ຮ່າໂນ້ຍ; ແນະນຳສະຫະສະມາຄົມສິລະປະຫັດຖະກຳໝູ່ບ້ານອາຊີບ ຮ່າໂນ້ຍ ກໍ່ຄືຜະລິດຕະພັນຈຳນວນ 1 ຂອງວິສາຫະກິດ ຮ່າໂນ້ຍ…. ສອງຝ່າຍໄດ້ພ້ອມກັນແບ່ງປັນຂໍ້ມູນຂ່າວ, ສົ່ງເສີມຊຸກຍູ້ການຈຳໜ່າຍຜະລິດຕະພັນ, ເຊື່ອມຕໍ່, ຖ່ອຍຖອດເຕັກໂນໂລຊີ.

ຕອບກັບ

ຂ່າວ/ບົດ​ອື່ນ