ຮ່າໂນ້ຍເພີ່ມທະວີການຮ່ວມມືຄຸ້ມຄອງນ້ຳແລະຕົວເມືອງກັບAmsterdam(ໂຮນລັງ)

ຮ່າໂນ້ຍເພີ່ມທະວີການຮ່ວມມືຄຸ້ມຄອງນ້ຳແລະຕົວເມືອງກັບAmsterdam(ໂຮນລັງ) - ảnh 1
ທ່ານ ຫງວຽນ​ດຶກ​ຈູງ ປະທານ​ຄະນະ​ກຳມະການປະຊາຊົນ
ນະຄອນ ຮ່າ​ໂນ້ຍ ​​ຕ້ອນຮັບ​ທ່ານນາງ Nienke Trooster
(ພາບ: TTXVN)

(vovworld) - ຕອນ​ບ່າຍ​ວັນ​ທີ 24/03, ທ່ານ ຫງວຽນ​ດຶກ​ຈູງ ປະທານ​ຄະນະ​ກຳມະການ​ປະຊາຊົນ​ນະຄອນ ຮ່າ​ໂນ້ຍ ​ໄດ້​ໃຫ້ການ​ຕ້ອນຮັບ​ທ່ານນາງ Nienke Trooster ​ເອກ​ອັກຄະ​ລັດຖະທູດ​ວິສາມັນ​ຜູ້​ມີ​ອຳນາດ​​ເຕັມ​ລາຊະ​ອານາ​ຈັກ ​ໂຮ​ນລັງ ປະຈຳ ຫວຽດນາມ. ທີ່​ການ​ຕ້ອນຮັບ, ທ່ານ ຫງວຽນ​ດຶກ​ຈູງ ຕີ​ລາຄາ​ສູງ​ການ​ໜູນ​ຊ່ວຍ​ພັດທະນາ​ຂອງ ​ໂຮ​ນລັງ ກັບ​ນະຄອນ ຮ່າ​ໂນ້ຍ, ພ້ອມ​ທັງ​ໃຫ້​ຮູ້​ວ່າ ​ແຜນການ​ພັດທະນາ​ໄລຍະ 2016 – 2020 ຂອງ​ນະຄອນຫລວງ​ຍັງ​ມີ​ຫລາຍກິດຈະການ ​ເຊິ່ງນະຄອນ Amsterdam ສາມາດ​ຂຸດ​ຄົ້ນ. ພ້ອມ​ກັນ​ນັ້ນ, 2 ຝ່າຍ​ສາມາດ​ເປີດ​ກ້ວາງ​ຂອບ​ຂະໜາດ ​ແລະ ຍົກ​ສູງ​ບັນດາ​ໂຄງການ​ກ່ຽວ​ກັບ​ສິ່ງ​ແວດ​ລ້ອມ, ບຳບັດ​ນ້ຳ​ເສຍ ​ແລະ ປັງ​ປຸງພາບ​ພົດ​ຕົວ​ເມືອງ​ກໍ່​ຄື​ການ​ສຶກສາ, ວັດ​ທະ​ນະ​ທຳ.

        ສ່ວນ​ທ່ານນາງ​ເອກ​ອັກຄະ​ລັດຖະທູດ ​ໂຮ​ນລັງ ຢືນຢັນ​ວ່າ: ສະຖານທູດ​ ໂຮ​ນລັງ ຈະ​ກາຍ​ເປັນ​ຂົວ​ເຊື່ອມ​ຕໍ່​ຢ່າງ​ຕັ້ງໜ້າ ​ເພື່ອ​ຫັນ​ຄວາມ​ສາມາດ​ບົ່ມ​ຊ້ອນ​ຮ່ວມ​ມື​ ຊຶ່ງ 2 ຝ່າຍ​ໄດ້​ເຕື້ອງ​ເຖິງເປັນ​ລະອຽດ.

 

ຂ່າວ/ບົດ​ອື່ນ