ຮ່າ​ໂນ້ຍ​ແບ່ງ​ແລວ​ທາງ​ຈາ​ລະ​ຈອນ ໃນ​ໄລ​ຍະ​ຈັດ​ຕັ້ງ SEA Games 31

(VOVWORLD) -ນັບແຕ່ວັນທີ 6 ພຶດສະພາ ຫາ ວັນທີ 23 ພຶດສະພາ, ຢູ່ 19 ສະຖານທີ່ໃນບໍລິເວນ 14 ເມືອງ ຂອງຮ່າໂນ້ຍ ຈະດຳເນີນພິທີໄຂ, ພິທີອັດ ແລະ ການແຂ່ງຂັນ ກິລາ 25 ປະເພະດໃນຂອບເຂດຂອງ SEA Games 31. 
ຮ່າ​ໂນ້ຍ​ແບ່ງ​ແລວ​ທາງ​ຈາ​ລະ​ຈອນ ໃນ​ໄລ​ຍະ​ຈັດ​ຕັ້ງ SEA Games 31 - ảnh 1ພາບປະກອບ: ຕຳຫຼວດຮ່າໂນ້ຍ

ເພື່ອຮັບປະກັນຄວາມເປັນລະບຽບຮຽບຮ້ອຍ, ຄວາມປອດໄພໃນການຈາລະຈອນຮັບໃຊ້ການເຄື່ອນໄຫວຂອງ SEA Games 31, ຕຳຫຼວດນະຄອນຮ່າໂນ້ຍ ໄດ້ກຳນົດ ແລະ ນຳໃຊ້ເສັ້ນທາງ ເພື່ອໃຫ້ ຜູ້ແທນ, ນັກກິລາ, ຄະນະຜູ້ສັງເກດການ, ກຳມະການເດີນທາງໄປມາຕາມຖະໜົນສາຍຕ່າງໆທີ່ຂຶ້ນກັບ ເມືອງ ນາມຕື່ລຽມ, ເກົ່າໄຢ, ດົ່ງດາ, ບາດິ່ງ, ໄຕໂຮ່, ຮ່ວານກຽມ, ຮາຍບ່າຈຶງ ແລະ ເສັ້ນທາງໄປຍັງແຂວງທີ່ຈັດຕັ້ງການແຂ່ງຂັນກິລາ SEA Games 31.

ຕອບກັບ

ຂ່າວ/ບົດ​ອື່ນ