ຮ່າ​ໂນ້​ຍ​ໄຂ​ຖະ​ໜົນ ປຶ້ມ​ລະ​ດູ​ບານ​ໃໝ່​ປີ​ຊວດ

(VOVWORLD) -ວັນທີ 27 ມັງກອນ, ກົງກັບວັນທີ 3 ບຸນເຕັດ, ຄະນະກຳມະການປະຊາຊົນ ເມືອງ ຮ່ວານກຽມ ເປັນເຈົ້າພາບ ໄດ້ສົມທົບກັບພະແນກ ຖະແໜງຂ່າວ ແລະ ການສື່ສານ ຮ່າໂນ້ຍ ຈັດຂຶ້ນ ຈະໄຂຖະໜົນປຶ້ມລະດູບານໃໝ່ ປີຊວດ, ຕາແສງ ເຈິ່ນຮຶງດ້າວ, ເມືອງ ຮ່ວານກຽມ.
ຮ່າ​ໂນ້​ຍ​ໄຂ​ຖະ​ໜົນ ປຶ້ມ​ລະ​ດູ​ບານ​ໃໝ່​ປີ​ຊວດ - ảnh 1

ພິທີໄຂຖະໜົນ ປຶ້ມລະດູບານໃໝ່ປີຊວດ 2020 (ພາບ: TTXVN)

ນີ້ແມ່ນເຫດການເປີດສາກບັນດາການເຄື່ອນໄຫວວັດທະນະທຳການອ່ານໃນປີ 2020 ຢູ່ຮ່າໂນ້ຍ, ຄາດວ່າ ຈະແມ່ນບໍລິເວນແຫ່ງວັດທະນະທຳ, ພູນປັນຍາທີ່ພົ້ນເດັ່ນຢູ່ນະຄອນຫຼວງ ເນື່ອງໂນໂອກາດບຸນເຕັດນີ້.

        ຖະໜົນປຶ້ມ ລະດູບານໃໝ່ ມີ ຮ້ານສະແດງ ແລະ ວາງຂາຍປຶ້ມ ຂອງບັນດາສຳນັກພິມຈຳໜ່າຍ, ບັນດາບໍລິສັດ ແລະ ບັນດາຮ້ານວາງສະແດງ ແລະ ຂາຍບັນດາຜະລິດຕະພັນ ວັດທະນະທຳ ວັນບຸນເຕັດກ່ວາ 20 ຮ້ານ. ສິ່ງທີ່ເຮັດໃຫ້ຖະໜົນປຶ້ມ ລະດູບານໃໝ່ ແຕກຕ່າງກັນກັບບັນດາບໍລິເວນທ່ອງທ່ຽວລະດູບານໃໝ່ແຫ່ງຕ່າງໆ ຢູ່ ຮ່າໂນ້ຍ ແມ່ນບັນດາການເຄື່ອນໄຫວຢູ່ທີ່ນີ້ ລ້ວນແຕ່ກ່ຽວຂ້ອງເຖິງປຶ້ມ ແລະ ເລື່ອງລາວພັດທະນາ ວັດທະນະທຳ ການອ່ານ.

        ຄຽງຄູ່ກັບການວາງສະແດງ, ແນະນຳປຶ້ມ, ຖະໜົນປຶ້ມຍັງຈັດຕັ້ງບັນດາການພົວພັນແລກປ່ຽນ, ໂອ້ລົມສົນທະນາ, ແນະນຳປຶ້ມ ແລະ ວັດທະນະທຳການອ່ານ. ຖະໜົນປຶ້ມ ລະດູບານໃໝ່ ປີຊວດ 2020 ໄດ້ເລີ່ມຕົ້ນຮັບໃຊ້ຜູ້ອ່ານແຕ່ ວັນທີ 27 ມັງກອນ ຮອດ ວັນທີ 3 ກັນຍາ 2020 ຈຶ່ງຈະອັດລົງ.

ຕອບກັບ

ຂ່າວ/ບົດ​ອື່ນ