ຮ່າໂນ້ຍໜູນຊ່ວຍບັນດາຮູບການດຳເນີນອາຊີບຢ່າງມີຫົວຄິດປະດິດສ້າງ,ມີມູນຄ່າເສດຖະກິດສູງ

ຮ່າໂນ້ຍໜູນຊ່ວຍບັນດາຮູບການດຳເນີນອາຊີບຢ່າງມີຫົວຄິດປະດິດສ້າງ,ມີມູນຄ່າເສດຖະກິດສູງ - ảnh 1
(ທ່ານ​ເລຂາ​ຄະນະ​ພັກ​ນະຄອນ​ຮ່າ​​ໂນ້ຍ ຮ່ວາງ​ຈຸ​ງຫາຍ)

(vovworld) - ຕອນ​ເຊົ້າວັນ​ທີ 16/03, ຢູ່​ຮ່າ​​ໂນ້ຍ, ຄະນະ​ຊາວ​ໜຸ່ມ​ຮ່າ​ໂນ້ຍ ​ໄດ້​ຈັດການ​ພົບ​ປະ​ກັບ​ເລຂາ​ຄະນະ​ຊາວ​ໜຸ່ມ​ຕາ​ແສງ, ​ເທດສະບານ ​584 ຄົນ ​ແລະ ຍ້ອງຍໍ​ເລຂາ​ຄະນະ​ໜ່ວຍ​ຊາວ​ໜຸ່ມ​ເກັ່ງ​ນະຄອນຫຼວງ​ປີ 2016. ກ່າວ​ຄຳ​ເຫັນທີ່​ພິທີ​ຍ້ອງຍໍ, ທ່ານ​ເລຂາ​ຄະນະ​ພັກ​ນະຄອນ​ຮ່າ​​ໂນ້ຍ ຮ່ວາງ​ຈຸ​ງຫາຍ ​ໄດ້ສະ​ເໜີ​ໃຫ້ຄະນະ​ຊາວ​ໜຸ່ມ ​ແລະ ບັນດາ​ອົງການ​ຈັດ​ຕັ້ງ, ຄະນະ​ຊາວ​ໜຸ່ມ​ທຸກ​ຂັ້ນ​ຕ້ອງສຸ​ມ​ໃສ່​ຍົກ​ສູງ​ຄຸນ​ນະພາ​ບການ​ເຄື່ອນ​ໄຫວ, ປ່ຽນ​​ໃໝ່​ເນື້ອ​ໃນ, ວິທີການ​ເຄື່ອນ​ໄຫວ, ຕອບ​ສະໜອງ​ຄວາມ​ມຸ່ງ​ມາດປາດ​ຖະໜາ​ຂອງ​ຊາວ​ໜຸ່ມ​ເປັນ​ຈຳນວນ​ຫຼາຍ… ​ເພື່ອ​ສ້າງ​ເງື່ອນ​ໄຂ​ຍູ້​ແຮງ​ຂະ​ບວນການ​ດຳ​ເນີນ​ອາຊີບໃນ​ໝູ່​ສະມາຊິກຊາວ​ໜຸ່ມ, ທ່ານ​ເລຂາ​ຄະນະ​ພັກ​ນະຄອນ​ຮ່າ​​ໂນ້ຍ ຮ່ວາງ​ຈຸ​ງຫາຍ ​ເນັ້ນ​ໜັກ​ວ່າ.

        “ບັນດາ​ການ​ເຄື່ອນ​ໄຫວ​ຂອງ​ຄະນະ​ຊາວ​ໜຸ່ມ ຕ້ອງ​ມີ​ຈຸດ​ໃໝ່ຫຼາຍຢ່າງ, ມີ​ຫົວຄິດ​ປະດິດສ້າງ, ດຶງ​ດູດ​ໄວ​ໜຸ່ມ​​​ເປັນ​ຈຳນວນ​ຫຼວງ​ຫຼາຍ​ເຂົ້າ​ຮ່ວມ​ເໝາະ​ສົມ​ກັບ​ໄລຍະ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນທີ່ນັບ​ມື້​ນັບ​ເລິກ​ເຊິ່ງ, ກວ້າງຂວາງ. ປະຕິບັດ​ວຽກ​ງານ​ເປັນ​ເສນາ​ທິການ​ໃຫ້​ອຳນາດ​ການ​ປົກຄອງ​ທຸກ​ຂັ້ນ ກ່ຽວ​ກັບ​ວຽກງານ​ຊາວ​ໜຸ່ມ​ໃຫ້​ດີ. ຖ້າ​ຢາກ​ເຮັດ​ໄດ້​ຄື​ແນວ​ນັ້ນ, ບັນດາ​ພະນັກງານ​ຊາວ​ໜຸ່ມ ຕ້ອງ​ກຳ​​ແໜ້ນ​ສະພາບ​ການ ​ແລະ ຄວາມ​ມຸ່ງ​ມາດ​ປາດ​ຖະໜາ​ຂອງ​ສະມາຊິກ​ຊາວ​ໜຸ່ມ, ຊາວ​ໜຸ່ມ, ​ເຂົ້າ​ໃຈ​ສະພາບ​ການ​ຂອງ​ທ້ອງ​ຖິ່ນ​ຢ່າງ​ເລິກ​ເຊິ່ງ”.

ຂ່າວ/ບົດ​ອື່ນ