ຮ່ຳຮຽນແລະປະຕິບັດຕາມແບບຢ່າງຄຸນສົມບັດປະທານໂຮ່ຈິມີນໃນວຽກງານຂົນຂວາຍປະຊາຊົນ

ຮ່ຳຮຽນແລະປະຕິບັດຕາມແບບຢ່າງຄຸນສົມບັດປະທານໂຮ່ຈິມີນໃນວຽກງານຂົນຂວາຍປະຊາຊົນ - ảnh 1
​ບັນ​ດາ​ຜູ້​ແທນ​ເຂົ້າ​ຮ່ວມການ​ພົບ​ປະ​ສົນ​ທະ​ນາ
ພາບ:vov

(vovworld)-​ ​​ ​​​ຕອນ​ເຊົ້າ​ວັນ​ທີ 15/5 ຢູ່ ຮ່​າ​ໂນ້ຍ, ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດ​ນາມ ແລະ ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ ນະ​ຄອນ​ໂຮ່​ຈິ​ມີນ ໄດ້​ຈັດ​ຕັ້ງ​ການ​​ພົບ​ປະ​ສົນ​ທະ​ນາ ດ້ວຍ​ຫົວ​ຂໍ້ວ່າ: “ຮ່ຳ​ຮຽນ ແລະ ປະ​ຕິ​ບັດ​ຕາມ​ແນວ​ຄິດ​ໂຮ່​ຈິ​ມີນ ໃນ​ວຽກ​ງານ​ຂົນ​ຂວາຍ​ປະ​ຊາ​ຊົ​ນ.” ທີ່​ການພົບ​ປະ​ສົນ​ທະ​ນາ, ບັນ​ດາ​ຜູ້​ແທນ ໄດ້​ຢືນ​ຢັນ​ວ່າ ມີ​ຫລາຍ​ວິ​ທີ​ປະ​ຕິ​ບັດ​ວຽກ​ງານ​ຂົນ​ຂວາຍ​ປະ​ຊາ​ຊົນ ແຕ່​ມີ​ພຽງ​ຂົນ​ຂວາຍ​ປະ​ຊາ​ຊົນ​ຢ່າງ​ຄ່ອງ​ແຄ້ວ ຕາມ​ວິ​ທີ​ຊື່ງ​ປະ​ທານ​ໂຮ່​ຈິ​ມີນ​ໄດ້​ສັ່ງ​ສອນ​ຈຶ່ງ​ບັນ​ລຸ​ລະ​ດັບ​ວິ​ທະ​ຍາ​ສາດ ແລະ ສິ​ລ​ະ​ປະ. ຮອງ​ສາດ​ສະ​ດາ​ຈານ, ດ​ຣ ເຈີນ​ເຫົ້າ, ກຳ​ມະ​ການ​ສະ​ພາ​ໃຫ້​ຄຳ​ປຶກ​ສາ​ກ່ຽວ​ກັບ​ວິ​ທະ​ຍາ​ສາດ - ສຶກ​ສາ, ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດ​ນາມ ຖື​ວ່າ:

        “ຄວນ​ປ່ຽນ​ໃຫມ່​ຮູບ​ການ​ຊີ້​ນຳ​ນຳ​ພາ, ໃນ​ນັ້ນ ເອົາ​ໃຈ​ໃສ່​ເຖິງ 2 ບັນ​ຫາ​ຊື່ງ​ປະ​ທານ​ໂຮ່​ຈິ​ມີ​ນ ວາງ​ອອກ. ທີ​ຫນຶ່ງ ຕ້ອງ​ປະ​ສານ​ສົມ​ທົບ​ນະ​ໂຍ​ບາຍ​ກັບ​ສະ​ພາບ​ການ​ລະ​ອ​ຽດ. ທີ​ສອງ ຕ້ອງ​ສົມ​ທົບ​ການ​ຊີ້​ນຳ​ນຳ​ພາ​ມະ​ຫາ​ຊົນ, ຕ້ອງ​ຮັບ​ເອົາ​ຄຳ​ເຫັນ​ຂອງ​ປະ​ຊາ​ຊົນ. ເຮັດ​ໄດ້​ຄື​ແນວນັ້ນ ວຽກ​ງານ​ຂົນ​ຂວາຍ​ປະ​ຊາ​ຊົນ​ຈຶ່ງ​ບັນ​ລຸ​ລະ​ດັບ​ສິ​ລະ​ປະ​ຄື​ດັ່ງ​ປະ​ທານ​ໂຮ່​ຈິ​ມີນ​ໄດ້​ສັ່ງ​ສອນ “ຂົນ​ຂວາຍ​ປະ​ຊາ​ຊົນ ແມ່ນ​ຂົນ​ຂວາຍ​ກຳ​ລັງ​ທັງ​ໝົດ​ຂອງ​ປະ​ຊາ​ຊົນ​ແຕ່​ລະ​ຄົນ.”

ຂ່າວ/ບົດ​ອື່ນ