ຮຽກ​ຮ້ອງຕ້ອງຮັບ​ປະ​ກັນ​ຄວາມ​ປອດ​ໄພ​ໃຫ້​ແກ່​ແຮງ​ງານຫວຽດ​ນາມຢູ່ມາ​ເລ​ເຊຍ

(VOVWORLD) -ຕໍ່ໜ້າສະພາບ ຈຳນວນຜູ້ຕິດເຊື້ອພະຍາດCovid– 19 ເພີ່ມຂຶ້ນ, ນັບແຕ່ວັນທີ 18 ມີນາຫາວັນທີ 31 ມີນາ 2020, ລັດຖະບານມາເລເຊຍເກືອດຫ້າມບໍ່ໃຫ້ມີການເດີນທາງໄປມາແລະເຕົ້າໂຮມຫຼາຍຄົນ, ຈຳກັດຊາວຕ່າງປະເທດເຂົ້າເມືອງມາເລເຊຍ (ຍົກເວັ້ນບາງກໍລະນີພິເສດ), ປິດປະຕູໂຮງຮຽນ, ບັນດາອົງການລັດຖະບານແລະເອກະຊົນ (ຍົກເວັ້ນບັນດາອົງການສະໜອງບັນດາການບໍລິການທີ່ຈຳເປັນ), ຈຳກັດຊາວມາເລເຊຍເດີນທາງໄປຕ່າງປະເທດ…

ຕໍ່ໜ້າການຜັນແປຢ່າງສັບສົນຂອງໂລກລະບາດCovid– 19 ຢູ່ມາເລເຊຍ, ກົມຄຸ້ມຄອງແຮງງານຕ່າງປະເທດ (ສັງກັດກະຊວງແຮງງານ, ທະຫານເສຍອົງຄະແລະສັງຄົມຫວຽດນາມ) ໄດ້ມີເອກະສານທາງການຮຽກຮ້ອງໃຫ້ບັນດາວິສາຫະກິດສົ່ງແຮງງານໄປເຮັດວຽກຢູ່ຕ່າງປະເທດຕ້ອງປຶກສາຫາລືກັບຄູ່ຮ່ວມມືກ່ຽວກັບແຜນການອອກເມືອງຂອງແຮງງານຫວຽດນາມເພື່ອຮັບປະກັນໃຫ້ ຈຳນວນແຮງງານເຫຼົ່ານັ້ນໄດ້ເຂົ້າເມືອງຢ່າງຖືກຕ້ອງຕາມກົດໝາຍ, ປອດໄພ, ຫຼີກລ້ຽງຄວາມສ່ຽງຕິດໂລກລະບາດCovid– 19. ແຈ້ງໃຫ້ແກ່ແຮງງານຫວຽດນາມທີ່ພວມເຮັດວຽກຢູ່ມາເລເຊຍຮັບຊາບກ່ຽວກັບບັນດາຂໍ້ກຳນົດຂອງລັດຖະບານມາເລເຊຍແລະແນະນຳ ບັນດາມາດຕະການປ້ອງກັນ, ຕ້ານແລະຫຼີກລ້ຽງການຕິດເຊື້ອພະຍາດCovid- 19.

ຕອບກັບ

ຂ່າວ/ບົດ​ອື່ນ