ຮຽກຮ້ອງແຈ້ງຂໍ້ມູນ ແລະ ຕິດຕາມອາການສຸຂະພາບສຳລັບຜູ້ທີ່ມາຈາກເຂດເກີດ Covid-19

(VOVWORLD) - “ຮຽກຮ້ອງແຈ້ງຂໍ້ມູນ ແລະ ຕິດຕາມອາການສຸຂະພາບສຳລັບຜູ້ທີ່ມາຈາກເຂດເກີດ Covid-19” ນັ້ນແມ່ນຄຳເຫັນຊີ້ນຳຂອງທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ຫວູດຶກດາມ ທີ່ກອງປະຊຸມຄະນະຊີ້ນຳແຫ່ງຊາດກ່ຽວກັບການປ້ອງກັນ, ຕ້ານໂລກລະບາດ Covid-19 ໄດ້ດຳເນີນໃນຕອນເຊົ້າວັນທີ 26 ກຸມພາ ຢູ່ ຮ່າໂນ້ຍ.
ຮຽກຮ້ອງແຈ້ງຂໍ້ມູນ ແລະ ຕິດຕາມອາການສຸຂະພາບສຳລັບຜູ້ທີ່ມາຈາກເຂດເກີດ Covid-19 - ảnh 1 ກອງປະຊຸມຄະນະຊີ້ນຳແຫ່ງຊາດກ່ຽວກັບການປ້ອງກັນ, ຕ້ານໂລກລະບາດ Covid-19 (ພາບ: VGP)

        ລະອຽດ, ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ໄດ້ຮຽກຮ້ອງບັນດາອົງການຕາງໜ້າດ້ານການທູດ ຫວຽດນາມ ປະຈຳ ສ.ເກົາຫຼີ ອັບເດັດບັນຊີລາຍຊື່ນັກຮຽນ, ນັກສຶກສາ, ຊາວຜູ້ອອກແຮງງານ, ແມ່ຍິງ ຫວຽດນາມ ສ້າງຄອບຄົວຢູ່ ສ.ເກົາຫຼີ, ຈັດແບ່ງປະເພດໜັງສືຜ່ານແດນ ສ.ເກົາຫຼີ ເພື່ອປະຕິບັດການແຍກຕົວ, ຕິດຕາມອາການສຸຂະພາບເມື່ອກັບເມືອ ຫວຽດນາມ. ບັນດາກໍລະນີໃດ ແຈ້ງຂໍ້ມູນບໍ່ຖືກຕ້ອງ ຈະປັບໄໝຕາມກົດໝາຍວ່າດ້ວຍການຕິດແປດ.

        ປັດຈຸບັນ, ຜູ້ຕິດເຊື້ອ Covid-19 ລວມທັງໝົດ 16 ຄົນ ຢູ່ ຫວຽດນາມ ໄດ້ຮັບການປິ່ນປົວຫາຍດີ ແລະ ອອກໂຮງໝໍແລ້ວ. ສິ່ງດັ່ງກ່າວສະແດງໃຫ້ເຫັນວ່າ ຫວຽດນາມ ສາມາດຄວບຄຸມໄດ້ໂລກລະບາດເປັນຢ່າງດີ.

ຕອບກັບ

ຂ່າວ/ບົດ​ອື່ນ