ເກັຼກ, ຈັດການເລືອກຕັ້ງ ກ່ອນກຳນົດເວລາ

ເກັຼກ, ຈັດການເລືອກຕັ້ງ ກ່ອນກຳນົດເວລາ - ảnh 1
( ຜູ້​ມີ​ສິດ​ເລືອ​ຕັ້ງ​​ປະມານ 10 ລ້ານ​ຄົນ​ໄດ້​ເຂົ້າ​ຮ່ວມ​ການ​ປ່ອນ​ບັດ )

( vovworld ) –   ວັນ​ທີ 6/5, ຜູ້​ມີ​ສິດ​ເລືອກ​ຕັ້ງ​​ເກຼັກ ​ໄດ້​ໄປ​ປ່ອນ​ບັດ​ໃນການ​ເລືອກ​ຕັ້ງ​​ກ່ອນ​ກຳນົດ​ເວລາ. ຜູ້​ມີ​ສິດ​ເລືອ​ຕັ້ງ​​ປະມານ 10 ລ້ານ​ຄົນ​ໄດ້​ເຂົ້າ​ຮ່ວມ​ການ​ປ່ອນ​ບັດ. ຕາມໝາກຜົນ​ແຫ່ງ​ການ​ຢັງຫາງ​ສຽງ​ແລ້ວ, ມີ 8 ​ໃນ​ຈຳນວນ 10 ພັກສາ​ມາດ​ຍາດ​ໄດ້​ທີ່​ນັ່ງ​ໃນ​ສະພາ​ແຫ່ງ​ຊາດ​ຊຸດ​ໃໝ່, ​ໃນ​ນັ້ນ​ການ​ແຂງ​ຂັ້ນ​ຕົ້ນ​ຕໍ່​​ແມ່ນດຳ​ເນີນ​ໄປ​ລະຫວ່າງ​ພັກ​ປະຊາທິປະ​ໄຕ​ໃໝ່​ຕາມ​ທິດຮັກສາ​ເດີມ ​ແລະ ພັກ​ສັງຄົມ ( Pasok ) ​ເຖິງ​ຢ່າງ​ໃດ​ກໍ​ຕາມ ບໍ່​ມີ​ພັກ​ຝ່າຍ​ໃດ​ສາມາດ​ຍາດ​ໄດ້​ຈຳນວນທີ່​ນັ່ງ​ພໍ​ສົມຄວນ​ເພື່ອ​ສາມາດ​ສ້າງ​ຕັ້ງລັດຖະບານ​ໄດ້. ພາຍຫຼັງ 2 ປີ​ແຫ່ງ​ການ​ປະຕິບັດ​ບັນດາ​ມາດ​ຕະການ​ປະຢັດ, ໝາກຜົນ​ແຫ່ງ​ການ​ຢັ່ງ​ຫາງ​ສຽງຄັ້ງ​ຕ່າງໆໃຫ້​ເຫັນ​ວ່າ ບັນດາ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ບໍ່​ສະໜັບສະໜູນ​ພັກ​ສັງຄົມ Pasok ​ແລະ ພັກ​ປະຊາທິປະ​ໄຕ​ໃໝ່ ​ເພາະ​ວ່າ​​ພັກທັງ 2 ນີ້​ດັ່ງ​ກ່າວ​ໄດ້​ຮັບ​ຮູ້ບັນດາ​ມາດ​ຕະການ​ປະຢັດ​ເພື່ອ​ແລກເອົາ​ 2 ປ້ວງ​ເງິນກູ້​ຊ່ວຍທີ່​ມີ​ມູນ​ຄ່າ 314 ຕື້ USD. ຄາດ​ວ່າ, ໝາກຜົນ​ໃນ​ເບື້ອງ​ຕົ້ນຂອງ​ການ​ເລືອກ​ຕັ້ງ​​ຈະ​ໄດ້​ປະກາດ​ໃນ​ຕອນ​ຄໍ່າ​ວັນ​ດຽວ​ກັນ ​ແລະ ໝາກຜົນ​ສຸດ​ທ້າຍ​ຈະ​ໄດ້​ປະກາດ​ໃນ​ວັນ​ທີ 7/5.

ຂ່າວ/ບົດ​ອື່ນ