ເກຼັກ ຕຳນິຕິຕຽນ ນະໂຍບາຍຂອງ EU ທີ່ມີຕໍ່ລັດເຊຍ

ເກຼັກ ຕຳນິຕິຕຽນ ນະໂຍບາຍຂອງ EU ທີ່ມີຕໍ່ລັດເຊຍ - ảnh 1
ທ່ານ​ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ເກຼັກ Nikos Kotzias
(ພາບ: AFP-TTXVN)


(vovworld) – ທ່ານ​ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ເກຼັກ Nikos Kotzias ຫາ​ກໍ່​ອອກສຽງ​ຕຳ​ນິຕິ​ຕຽນ​ນະ​ໂຍບາຍ​​ຂອງ​ເອີ​ລົບ ໃນ​ວິ​ກິດ​ການ​ຢູ່​ຢູ​ແກຼນ. ທ່ານ Nikos Kotzias ຖື​ວ່າ, ທ່ານ​ບໍ່​ເຫັນພາກສ່ວນ​​ແຍກ​ຕົວ​ນິຍົມລັດ​ເຊຍ ຄົນ​ໃດທີ່ດຳ​ເນີນ​ບັນດາ​ການ​ບຸກ​ໂຈມ​ຕີ​ຢູ່​ເອີ​ລົບ​ຕາ​ເວັນ​ຕົກ, ມີ​ພຽງ​ບັນດາ​ບຸກຄົນທຳ​ສົງຄາມສັກສິດທີ່​ມາຈາກ​ປາຣີ ​ແລະ ​ແບນ​ຊິກ ​ເທົ່າ​ນັ້ນ.

        ພາຍຫຼັງ​ສະບາ​ນຕົວ​​ດຳລົງ​ຕຳ​ແໜ່​ງ, ລັດຖະບານ​ໃໝ່​ເດີນ​ຕາມ​ທິດ​ທາງ​ຝ່າຍ​ຊ້າຍຂອງ​ເກຼັກ ​ໄດ້​​ສະ​ແດງ​ຄວາມສົງ​ໄສ​ນະ​ໂຍບາຍລົງ​ໂທດ​ຂອງ EU ສຳລັບ​ລັດ​ເຊຍ, ​ແຕ່​ສຸດ​ທ້າ​ຍຍັງ​ເຫັນ​ດີ​ເປ​ີດກວ້າງ​ບັນຊີ​ລາຍ​ຊື່ຈຳ​ກັດ​ການ​ໄປມາ ​ແລະ ປິ​ດລ້ອມ​ຊັບ​ສົມບັດ​ຕາມ​ຄຳ​ສັ່ງ​ລົງ​ໂທດ​ຂອງ EU. ​ແຕ່​ວ່າ, ປະຈຸ​ບັນທ່ານ Nikos Kotzias ຢືນຢັນ​ວ່າ, ລັດຖະບານ​ເກຼັກ ຈະ​ບໍ່​ຮັບຮອງ​ເອົາ ​ແລະ ແກ່ຍາວ ຫຼື​ຍິ່ງ​ກວ່າ​ນັ້ນ​ແມ່ນ​ເພີ່ມ​ທະວີ​ບັນດາ​ມາດ​ຕະການ​ລົງ​ໂທດ​ດ້ານ​ເສດຖະກິດ​ຕ້ານ​ລັດ​ເຊຍ​ ອີກ.

ຂ່າວ/ບົດ​ອື່ນ