ເກຼັກ ບໍ່ທັນມີໂອກາດໄດ້ຮັບການປ່ອຍເງິນຈາກບ້ວງເງິນກູ້ຊ່ວຍ

(vovworld) - ວັນ​ທີ 21/11 ທີ່​ການ​ປະຊຸມ​ດ່ວນຢູ່ ບຣຸກ​ແຊນ ປະ​ເທດ ​ແບນ​ຊິກ, ບັນດາ​ລັດຖະມົນຕີ​ການ​ເງິນ​ພາກ​ພື້ນ​ນຳ​ໃຊ້​ສະກຸນ​ເງິນ ​ເອີ​ໂຣ ​ແລະ ກອງ​ທຶນ​ເງິນຕາ​ສາກົນ (IMF) ຍັງ​ບໍ່​ທັນ​ບັນລຸ​ໄດ້​ຂໍ້​ຕົກລົງ​ກ່ຽວ​ກັບ​ການ​ປ່ອຍ​ເງິນ​ກູ້​ຊ່ວຍ​ລວມມູນ​ຄ່າ 31,5 ຕື້​ເອີ​ໂຮ (40 ຕື້ USD), ​ໃນ​ນັ້ນ ບ້ວ​ງ​ເງິນ​ຫນູນ​ຊ່ວຍທີ​ສອງ​ຊຶ່ງ​ສະຫະພາບ​ເອີ​ລົບ ​ແລະ IMF ສະຫງວນ​ໃຫ້​ແກ່ ​ເກັຼກ ​ເພື່ອ​ຊ່ວຍ​ເກຼັກ ຫລຸດ​ພົ້ນ​ອອກ​ຈາກ​ໄພ​ບໍ່​ສາມາດ​ຊຳລະ​ຫນີ້ສາທາລະນະ​​ໃນ​ເດືອນ 11 ນີ້​ໄດ້. ຄວາມບໍ່​ລົງ​ລອຍ​ກັນ​ທີ່​ການ​ປະຊຸມ​ຄັ້ງ​ນີ້ ​ແມ່ນ​ເລື່ອງ ສະຫະພາບ​ເອີ​ລົບ ​ແລະ IMF ຄວນ​​ຕໍ່ເວລາ ຕື່ມ​ອີກ 2 ປີ ໃຫ້​ເກຼັກ ​ເພື່ອ​ຕອບ​ສະຫນອງ​ຈຸດໝາຍ​ຫລຸດຜ່ອນ​ ອັດຕາ​ສ່ວນ​ຫນີ້​ສາທາລະນະ​ເມື່ອ​ທຽບ​ໃສ່ GDP ຫລື​ບໍ່. IMF ຖະ​ແຫລ​ງວ່າ ຖ້າ​ຫາກ ​ເກຼັກ ບໍ່​ປະຕິບັດ​ຈຸດໝາຍ​ຫລຸດຜ່ອນ​ບ້ວງ​ຫນີ້​ສາທາລະນະ​​ໄດ້ IMF ຕອ້ງຖອນ​ອອກ​ຈາກ​ຄວາ​ມມານະ​ພະຍາຍາມຮັກສາ​ພື້ນຖານ​ເສດຖະກິດ ເປັນ​ປົກກະຕິ ​ໃຫ​້​ແກ່​ເກັຼກ​. ​ໃນ​ວັນ​ດຽວ​ກັນ, ​ທ່ານ​ນາຍົກລັດຖະມົນຕີ ​ເກຼັກ Antonis Samaras ​ໄດ້​ເນັ້ນ​ຫນັກ​ວ່າ: ບັນດາ​ຄູ່​ຮ່ວມ​ມື​ໃນ ອີ​ຢູ ​ແລະ IMF ຕ້ອງ​ປະຕິບັດ​ຄຳ​ໝັ້ນ​ສັນຍາ​ຂອງ​ຕົນ.

ຕອບກັບ

ຂ່າວ/ບົດ​ອື່ນ