ເກຼັກ ປິດປະຕູຄ້າຍຊາວລີ້ໄພໃຫຍ່ທີ່ສຸດ 3 ແຫ່ງ

(VOVWORLD) - ວັນທີ 20 ພະຈິກ, ວົງການເຈົ້າໜ້າທີ່ ເກຼັກ ປະກາດວ່າ ຈະປິດປະຕູຄ້າຍກັກຕົວຊາວລິີ້ໄພໃຫຍ່ສຸດຂອງປະເທດນີ້ 3 ແຫ່ງ ຢູ່ເກາະ Lesbos, Chios ແລະ Samos ຢູ່ເຂດທະເລ Aegean ຕໍ່ໜ້າກັບ ຕວັກກີ. 

ບັນດາຄ້າຍລີ້ໄພນີ້ ຈະໄດ້ປ່ຽນແທນດ້ວຍບັນດາຮາກຖານໃໝ່ ທີ່ສາມາດບັນຈຸໄດ້ 5000 ຄົນ/ຄ້າຍ. ການສະຖິຕິສະແດງໃຫ້ເຫັນວ່າຢູ່ ເກຼັກ, ມີຊາວລີ້ໄພກ່ວາ 32.000 ຄົນ ພວມດຳລົງຊີວິດໃນເງື່ອນໄຂທຸກຍາກຢູ່ຄ້າຍຕ່າງໆ.

        ເພື່ອຫລຸດຜ່ອນການແບກຫາບພາລະອັນໜັກໜ່ວງໃຫ້ແກ່າຄ້າຍລີ້ໄພຕ່າງໆນັ້ນ, ໃນຕົ້ນເດືອນ ຕຸລາ ຜ່ານມາ, ທ່ານນາຍົກລັດຖະມົນຕີ ເກຼັກ ໄດ້ປະກາດວ່າ ຈະນຳຊາວລີ້ໄພປະມານ 20.000 ຄົນອອກຈາກເກາະເຂົ້າໄປຢູ່ເຂດດິນຕໍ່ແຜ່ນໃນທ້າຍເດືອນ ທັນວາ ຈະມາເຖິງ.

ຕອບກັບ

ຂ່າວ/ບົດ​ອື່ນ