ເກຼັກ ປະກາດບັນຊີລາຍຊື່ ຄະນະລັດຖະບານໃໝ່

ເກຼັກ ປະກາດບັນຊີລາຍຊື່ ຄະນະລັດຖະບານໃໝ່ - ảnh 1
ທ່ານ​ Antonis Samaras ນາຍົກລັດຖະມົນຕີເກຼັກ ຄົນໃໝ່
( ພາບ: vietnamplus.vn )


( vovworld ) -   ພາຍຫຼັງ​ໄດ້​ຮັບ​ຕຳ​ແໜ່​ງ​ເປັນ​ນາຍົກລັດຖະມົນຕີລັດບານ​ປະສົມ, ວັນ​ທີ 21/6, ການນຳພັກ​ປະຊາທິປະ​ໄຕ​ໃໝ່​ຕາມ​ທິດນິຍົມ​ຮັກສາ​ເດີມຂອງ​ເກຼັກ ທ່ານ Antonis Samaras ​ໄດ້​ປະກາດບັນຊີ​ລາຍ​ຊື່​ຄະນະ​ລັດຖະບານ​ໃໝ່. ​ເຊິ່ງຕາມ​ນັ້ນ​​ແລ້ວ, ທ່ານ Vassilis Rapanos, ປະທານ​ທະນາຄານ​ແຫ່ງ​ຊາດ​ເກຼັກ, ​ເຊິ່ງ​ແມ່ນທະນາຄານເອກະ​ຊົນ​ໃຫຍ່​ກວ່າ​ໝູ່​ຢູ່​ປະ​ເທດ​ນີ້, ​ໄດ້​ຮັບ​​ແຕ່ງ​ຕັ້ງເປັນ​ລັດຖະມົນຕີ​ການ​ເງິນ​ໃນ​ລັດຖະບານ​ປະສົມໃໝ່​ຂອງ​ເກຼັກ. ສ່ວນ​ຫຼາຍ​ບັນດາ​ຕຳ​ແໜ່​ງລັດຖະມົນ​ຕີທີ່​ສຳຄັນອື່ນ​ໄດ້​ມອບ​ໃຫ້​ບັນດານັກ​ການ​ເມືອງນິຍົມ​ຮັກສາ​ເດີມ​ທີ່​ມີ​ຊື່​ສຽງ. ລັດຖະມົນຕີ​ການ​ຕ່າງປະ​ເທດຄົນ​ໃໝ່​ຂອງ​ເກຼັກ ທ່ານ Dimitris Avramopoulos, ອະ​ດີດ​ເປັນ​ນັກ​ການ​ທູດ ​ແລະ ກໍ​ແມ່ນ​ອະ​ດີດ​ເຈົ້າ​ຄອງ​ນະຄອນຫຼວງ​ອາ​ແທນ, ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ​ຄົນ​ໃໝ່​ທ່ານ Panos Panagiotopoulos ​ອະດີດ​​ລັດຖະມົນຕີ​ກະ​ຊວງ​ແຮງ​ງງານ. ບຸລິມະສິດ​ຕົ້ນ​ຕໍ່​ຂອງ​ລັດຖະບານເກຼັກ ຈະ​ແມ່ນ​ເຊື່ອມ​ຕໍ່​ການ​ຕິດ​ຕໍ່ພົວພັນ​ກັບ​ບັນດາ​ນັກກວດ​ສອບ​ບັນຊີ​ສາກົນ ​ແລະ ຟື້ນ​ຟູ​ບັນດາ​ບ້ວງ​ເງິນກູ້​ທີ່​ຖືກ​ໂຈະ​ໄວ​້ກ່ອນ​ການ​ເລືອກ​ຕັ້ງ​ທີ່ຜ່ານ​ມາ.

ຂ່າວ/ບົດ​ອື່ນ