ເກຼັກ ປະລາໄຊໃນການສ້າງຕັ້ງ ລັດຖະບານ

ເກຼັກ ປະລາໄຊໃນການສ້າງຕັ້ງ ລັດຖະບານ - ảnh 1
( ພາບປະກອບ )

( vovworld ) –   ​ເກຼັກ ຈະ​ຕ້ອງ​ຈັດ​ຕັ້ງ​ການ​ເລືອກ​ຕັ້ງ​ຄືນ​ໃໝ່ ພາຍຫຼັງ​ການ​ນຳ​ບັນດາ​ພັກ​ຝ່າຍ​ຢູ່​ປະ​ເທດ​ນີ້ຖືກ​ປະລາ​ໄຊ​ໃນ​ການ​ສ້າງ​ຕັ້ງ​ລັດຖະບານ​, ພາຍຫຼັງ​ການ​ເລືອກ​ຕັ້ງ​ກ່ອນ​ກຳນົດເວລາ 9 ວັນ​. ການ​ປະລາ​ໄຊ​ນີ້​ຍິ່ງ​ເຮັດ​ໃຫ້​ວິ​ກິດ​ການ​ຢູ່​ເກຼັກ ​ເຊິ່ງພວມ​ຍູ້​ປະ​ເທດ​ນີ້​ເຖິງ​ໄພ​ລົ້ມ​ລະລາຍ ​ແລະ ຕ້ອງ​​ແຍກອອກ​ຈາກພາກ​ພື້ນທີ່​ນຳ​ໃຊ້ສະກຸນ​ເງິນລວມ​​ເອີ​ໂລ​ຖຶກ​ແກ່ຍາວ. ​ວັນ​ທີ 15/5, ໂຄສົກ​ຂອງ​ປະທານາທິບ​ໍດີ​ເກຼັກ ​ໃຫ້​ຮູ້​ວ່າ ​ເກຼັກ ຈະ​ຈັດການ​ເລືອກ​ຕັ້ງ​ຄືນ​ໃໝ່ ​ແຕ່​ຍັງ​ບໍ່​ທັນ​ໃຫ້​ຮູ້​ການ​ເລືອກ​ຕັ້ງ​ຈະ​ດຳ​ເນີນ​​ໃນເວລາ​ໃດ. ​ແຕ່​ຕາມຂໍ້​ກຳນົດ​ການ​ເລືອກ​ຕັ້ງ​ຢູ່​ປະ​ເທດ​ນີ້​ແລ້ວ, ການ​ເລືອກ​ຕັ້ງ​ອາດ​ສາມາດ​ຈະຈັດຂຶ້ນລະຫວ່າງ​ກາງ​ເດືອນ 6. ລັດຖະບານ​ຊົ່ວ​ຄາວ​ຈະ​​ໄດ້ຮັບ​ການ​ສ້າງ​ຕັ້ງ​ຂຶ້ນໃນ​ວັນ​ທີ 16/5 ນີ້, ​ເພື່ອ​ບໍລິຫານປະ​ເທດຊົ່ວຄາວ​​ຈົນ​ກວ່າເວລາຈັດ​ຕັ້ງ​ການ​ເລືອກ​ຕັ້ງ​ຄັ້ງ​ໃໝ່.

ຂ່າວ/ບົດ​ອື່ນ