ເກັກ ມີລັດຖະບານ ແລະ ນາຍົກລັດຖະມົນຕີ ໃໝ່

ເກັກ ມີລັດຖະບານ ແລະ ນາຍົກລັດຖະມົນຕີ ໃໝ່ - ảnh 1
ພິທີຮັບດຳລົງຕຳແໜ່ງຂອງທ່ານ Antonis Samaras
(ພາບ: AFP)

(vovworld) - ວັນ​ທີ 20/6, ທ່ານ Antonis Samaras, ການ​ນຳ​ພັກ​ປະຊາທິປະ​​ໄຕ​ໃໝ່ (ຫຼື ND) ຕາມ​​ແບບ​ຄຳ​ພີ​ຮັກສາ​ເດີມ​ໄດ້​ຮັບ​ດຳ​ລົງ​ຕຳ​ແໜ່​ງ​ເປັນນາຍົກລັດຖະມົນຕີ ​ເກີ​​ເຣັກ ຢ່າງ​ເປັນ​ທາງ​ການ. ທ່ານ Antonis Samaras, ອະດີ​ດລັດຖະມົນຕີ​ການ​ຕ່າງປະ​ເທດ ​ເກີ​ເຣັກ ​ໄດ້​ໃຫ້​ຄຳ​ໝັ້ນ​ສັນ​ຍາຈະ​ຮັກສາ​ທີ່​ຕັ້ງ​ບົດບາດ ​ເປັນ​ສະມາຊິກ​ຂອງ ​ເຂດ​ນຳ​ໃຊ້​ສະກຸນ​ເງິນ​ລວມເອີ​ໂຣ (ຫຼື Eurozone). ພິທີ​ຮັບ​ດຳລົງ​ຕຳ​ແໜ່​ງ​ເປັນ​ນາຍົກລັດຖະມົນຕີ ຂອງ​ທ່ານ Samaras ຖືກ​ດຳ​ເນີ​ນພາຍຫຼັງ​ບັນດາ​ພັກ​ການ​ເມືອງ​ສະໜັບ​ສະ​ໜູນ​ແຜນການ “ຮັດ​ເຂັມ​ຂັດ” ​ໃນ​ສະພາ​ແຫ່ງ​ຊາດ​ຊຸດ​ໃໝ່ ​ເຊິ່ງ​ຫາ​ກໍ່​ໄດ້ ​ຮັບ​ການ​ເລືອກ​ຕັ້ງຂອງ ​ເກັກ ​ເຊັນ​ຂໍ້​ຕົກລົງ​ສ້າງ​ຕັ້ງ​ລັດຖະບານ​ປະສົບ ດ້ວຍ​ຄວາມ​ຕັດສິນ​ໃຈ​ພິຈາລະນາຄືນ ບັນດາ​ຂໍ້​ຕົກລົງ ​​ຮັບ​ການ​ຊ່ວຍ​ເຫຼືອ​ຈາກ ສະຫະພາບ ​ເອີ​ລົບ (ຫຼື EU) ​ແລະ ກອງ​ທຶນ​ເງິນຕາ​ສາກົນ (ຫຼື IMF), ພ້ອມ​ທັງ​ນຳ​ປະ​ເທດ​ນີ້​ຫຼຸດ​ຜົ້ນອອກ​ຈາກ​ສະພາບ​​ຊຸດ​ໂຊມ​ດ້ານ​ເສດຖະກິດ. ຄາດ​ວ່າ, ສະມາຊິກ​ລັດຖະບານ​ ​ແລະ 3 ພັກ​ການ​ເມືອງ​ເຂົ້າ​ຮ່ວມ​ລັດຖະບານ​ປະສົມເຊິ່ງລວມມີ​ພັກ​ປະຊາທິປະ​​ໄຕ​ໃໝ່, Pasok ​ແລະ ພັກ​ປະຊາທິປະ​ໄຕ​ຝ່າຍ​ຊ້າຍ ຈະ​ໄດ້​ຮັບ​ການ​ປະກາດ​ໂດຍ​ໄວ.

ຂ່າວ/ບົດ​ອື່ນ