ເກຼກ ເຊື່ອໝັ້ນວ່າ ເອີລົບ ຈະຮັບຮອງເອົາບ້ວງເງິນກູ້ຊ່ວຍທີ 2

ເກຼກ ເຊື່ອໝັ້ນວ່າ ເອີລົບ ຈະຮັບຮອງເອົາບ້ວງເງິນກູ້ຊ່ວຍທີ 2 - ảnh 1

ປຶກສາ​ຫາລື​ກ່ຽວ​ກັບ​ໜີ້​ສິນ​ຂອງ​ ​ເກຼກ

(ພາບ: ຂາວ​ສານ​ຊິນ​ຮົ​ວ)

 ( vovworld ) –ວັນ​ທີ 20/2, ທ່ານ Evangelos Venizelos ຮອງ​ນາຍົກລັດຖະມົນຕີ, ທັງ​ເປັນ​ລັດຖະມົນຕີ​ກະຊວງ​ການ​ເງິນ ​ເກຼກ ​ໃຫ້​ຮູ້​ວ່າ ​ເອີ​ລົບ​ອາດ​ຈະ​ຮັບ​ຮອງ​ເອົາ​ບ້ວງ​ເງິນ​ກູ້​ຊ່ວຍ​ທີ 2 ​ໃຫ້​ແກ່​ເກຼກ ​ເພື່ອ​ຫຼີກ​ລ້ຽງ​ໄພລົ້ມລະລາຍ​ຂອງ​ປະ​ເທດ​ນີ້. ກ່າວ​ຄຳ​ເຫັນ​ເມື່ອ​ເຂົ້າຮ່ວມ​ການ​ປະຊຸມ​ຂອງ​​ລັດຖະມົນຕີກະຊວງ​ການ​ເງິນ 17 ທ່ານ​​ໃນ​ພາກ​ພື້ນ​ທີ່ໃຊ້​ສະກຸນ​ເງິນ​ເອີ​ໂຣ  ຢູ່​ ບຣຸກ​ແຊນ ປະ​ເທດ​ແບນ​ຊິກ, ທ່ານ​ລັດ​ຖະມົນຕີ Evangelos Venizelos ​ໃຫ້​ຮູ້​ວ່າ ​ເກຼກ ພ້ອມ​ແລ້ວ​ທີ່​ຈະ​ຕອບ​ສະໜອງ​ບັນດາ​ເງື່ອນ​ໄຂ​ເພື່ອ​ຮັບ​​ເອົາບ້ວງ​ເງິນ​ກູ້​ຊ່ວຍ ​ແລະ​ ເຊື່ອໝັ້ນວ່າ ຈະ​ໄດ້​ຮັບ​ການ​ຕົກລົງ​ຈາກ​ເອີ​ລົບ.

   ປະຈຸ​ບັນ ​ເກຼກພວມ​ຕ້ອງການ​ເອີ​ລົບ​ຮັບຮອງ​ເອົາ​ບ້ວງ​ເງິນ​ກູ້​ຢືມ​ທີ່​ມີ​ມູນ​ຄ່າ 130 ຕື້​​ເອີ​ໂຣ ​ແລະ​ ຮອດ​ເດືອນ 3/2012 ຖ້າ​ບໍ່​ໄດ້​ຮັບ​ບ້ວງ​ເງິນ​ນີ້, ພື້ນຖານ​ເສດຖະກິດ​ເກຼກຈະ​ຖືກ​ລົ້ມລະລາຍ ຍ້ອນ​ບໍ່​ຊຳລະ​ບ້ວງ​ເງິນ​ກູ້​ຢືມ 14,5 ຕື້​​ເອີ​ໂຣ ​ໄດ້. ປະ​ເທດ ​ເອີ​ລົບ ​ຈຳນວນ​ໜື່ງພວມຽກຮ້ອງ​ໃຫ້​ເກຼກ ຈົ່ງ​ຫລຸດຜ່ອນ​ການ​ຂາດ​ດຸນ​ງົບປະມານ​ໂດຍ​ໄວ ​ເພື່ອ​ຍົກ​ສູງ​ຄວາມ​ສາມາດ​ແກ່ງ​ແຍ້​ງຂອງ​ພື້ນຖານ​ເສດຖະກິດ.

 

 

 

ຂ່າວ/ບົດ​ອື່ນ