ເກຼກ ເລີ່ມການເຈລະຈາ ກັບກຸ່ມບັນດາເຈົ້າໜີ້

ເກຼກ ເລີ່ມການເຈລະຈາ ກັບກຸ່ມບັນດາເຈົ້າໜີ້ - ảnh 1

ປະ​ເທດ​ເກຼກ

(ພາບ:sotaydulich.com)​

( vovworld ) – ວັນ​ທີ 5/7, ທ່ານ​ນາຍົກລັດຖະມົນຕີ​ເກຼກ Antonis Samaras ​ໄດ້​ເລີ່​ມການ​ເຈລະຈາ​ກັບ​ກຸ່ມ​ເຈົ້າໜີ້​ສາກົນ 3 ອົງການ ຊື່​ງລວມມີ​ສະຫະພາບ​ເອີ​ລົບ (EU), ກອງ​ທຶນ​ເງິນຕາ​ສາກົນ (IMF) ​ແລະ ທະນາຄານ​ສູນ​ກາງ​ເອີ​ລົບ (ECB) ດ້ວຍ​ຄວາມ​ປາດ​ຖະໜາ​ຢາກ​ດຳ​ເນີນ​ການ​ເຈລະຈາ​ກ່ຽວ​ກັບ​ບາງ​ຂໍ້​ມາດຕາ​ໃນ​ຂໍ້​ຕົກລົງກູ້​ຊ່ວຍທີ 2 ທີ່​ມີ​ມູນ​ຄ່າ 130 ຕື້​ເອີ​ໂຣຄືນ​ໃໝ່ ຊື່​ງອາ​ແທນ ​ຮັບ​ຈາກ​ບັນດາ​ອົງການ​ດັ່ງກ່າວ. ຕາມ​ແຜນການ​ແລ້ວ, ພາຍຫຼັງ​ການ​ພົບ​ປະຄັ້ງທຳ​ອິດ, ທ່ານ Samaras ​ຈະ​ສືບ​ຕໍ່​ເຈລະຈາ​ກັບ​ບັນດາ​ເຈົ້າໜ້າ​ທີ່​ຈາກ​ກຸ່ມ “ 3 ອົງການ“ ທີ່ພວມ​ຕິດຕາມ​ກວດກາ​ບັນດາ​ຄວາມ​ມານະ​ພະຍາຍາມ​ປະຕິ​ຮູບ​ຂອງ​ເກຼກ. ປະຈຸ​ບັນ, ລັດຖະບານ​ພັນທະ​ມິດ​ລວມມີ 3 ພັກ​ຝ່າຍ ​ໂດຍ​ທ່ານ Samaras ​ນຳ​ໜ້າ ຢາກ​ຢຸດຕິ​ບັນດາ​ມາດ​ຕະການ​“ຮັດ​ເຂັມຄັດ“ ​ເພີ່ມ​ເຕີມ, ຊື່​ງລັດຖະບານ​ສະ​ໄໝ​ກ່ອນ​ເຄີຍ​ໃຫ້​ຄຳໝັ້ນສັນຍາ​ກັບ​ບັນດາ​ເຈົ້າໜີ້ ​ເພື່ອ​ແລກ​ເອົາ​ບ້ວງ​ເງິນ​ໜູນ​ຊ່ວຍ​ທີ 2. ທ່ານ Samaras ​ກໍ່​ຄື​ບັນດາ​ພັນທະ​ມິດ​ຂອງ​ທ່ານ ຢາກ​ເຈລະຈາ​ຂໍ້​ຕົກລົງ​ກູ້​ຢືມ​ຄືນ​ໃໝ່ ​ເພື່ອ​ແນ​ໃສ່​ຫລີກ​ເວັ້ນການ​ຫລຸດຜ່ອນ​ວຽກ​ເຮັດ​ງານ​ທຳ​ຢູ່​ພາກ​ລັດ ​ແລະ ຈະ​ສຸມ​ໃສ່​ຊຸກຍູ້​ການ​ເຕີບ​ໂຕ ​ແທນ​ໃຫ້​ບັນດາ​ມາດ​ຕະການ​ຮັດ​ເຂັມ​ຄັດ.

 

 

 

 

 

 

ຂ່າວ/ບົດ​ອື່ນ