ເກັຼກຍື່ນສະເໜີ ແຜນການຫລຸດຜ່ອນຈຳນວນເງິນເພີ່ມເຕີມ 325 ລ້ານເອີໂຣ

ເກັຼກຍື່ນສະເໜີ ແຜນການຫລຸດຜ່ອນຈຳນວນເງິນເພີ່ມເຕີມ 325 ລ້ານເອີໂຣ - ảnh 1

 (ພາບປະກອບ: ອິນ​ເຕີ​ແນັດ)

( vovworld ) – ​​​ວັນ​ທີ 17/2, ສື່​ມວນ​ຊົນ​ເກຼັກ ​ໃຫ້​ຂ່າວ​ວ່າ: ລັດຖະບານ​ປະ​ເທດ​ນີ້​ໄດ້ຍື່ນ​ສະ​ເໜີ​ແຜນການ​ຫລຸດຜ່ອນ​ຈຳນວນ​ເງິນເພີ່ມເຕີມ 325 ລ້ານ​ເອີ​ໂຣ​ໃຫ້​​ແກ່ 3 ​ເຈົ້າໜີ້​ສາກົນ ຊື່​ງລວມມີ: ຄະນະ​ກຳມະການ​ເອີ​ລົບ, ທະນາຄານ​ສູນ​ກາງ​ເອີ​ລົບ ​ແລະ​ກອງ​ທຶນ​ເງິນຕາ​ສາກົນ. ກ່ອນ​ໜ້ານັ້ນ, ບັນດາ​ເຈົ້າໜີ້​ໄດ້​ນາບ​ຂູ່​ຈະ​ຢຸດ​ການ​ໜູນ​ຊ່ວຍ​ດ້ານ​ການ​ເງິນ​ໃຫ້​ແກ່​ເກຼັກ ຖ້າ​ຫາກ​ວ່າ​ອາ​ແທນ ບໍ່​ຍົກ​ອອກ​ແຜນການ​ຫລຸດຜ່ອນ​ຈຳນວນເງິນເພີ່ມ​ເຕີມ.

   ຕາມ​ແຜນການ​ແລ້ວ, ​ເກຼັກ ຈະ​ຫລຸດຜ່ອນ​ຈຳນວນເງິນເພີ່ມ​ເຕີມ​​ເກືອບ 100 ລ້ານ​ເອີ​ໂຣ​ໃນ​ຂົງ​ເຂດ​ສາທາລະນະ​ສຸກ ​ແລະ​ປ້ອງ​ກັນຊາ​ດ ​ແລະ ​ຫລຸດຜ່ອນ​ການ​ໃຊ້​ຈາ​ຍ​ໃນ​ບາງ​ຂົງ​ເຂດ​ອື່ນໆ. ຄາດ​ວ່າ ກົດໝາຍ​ກ່ຽວ​ກັບ​ການ​ຫລຸດຜ່ອນ​ຈຳນວນເງິນເພີ່ມ​ເຕີມ​ຈະ​ຖືກ​ອົງການ​ນິຕິບັນຍັດ​ເກັຼກ ປຶກສາ​ຫາລື​ເພື່ອ​ຮັບຮອງ​ເອົ​າກ່ອນ​ວັນ​ທີ 29/2 ທີ່​ຈະ​ມາ​ເຖິງ. ກ່ອນ​ໜ້ານັ້ນ. ສະພາ​ແຫ່ງ​ຊາດ​ເກຼັກ​ ໄດ້​ຮັບຮອງ​ເອົາ​ລາຍການ​ເສດຖະກິດ​ຮັດ​ເຂັມຄັດ​ໃນ​ຊຸມ​ປີ​ທີ່​ຈະ​ມາ​ເຖິງ ​ເພື່ອ​ແລກ​ເອົາ​ບ້ວງ​ເງິນ​ກູ້​ຢືມ​ທີ 2 ທີ່​ມີ​ມູນ​ຄ່າ 130 ຕື້​ເອີ​ໂຮ ຈາກ​ສະຫະພາບ​ເອີ​ລົບ ​ແລະ​ ກອງ​ທຶນ​ເງິນຕາ​ສາກົນ​ກໍ​ຄື​ໂຄງການ​ລົບ​ໜີ້​ສິນດ້ວຍຈຳນວນ​ເງິນ 100 ຕື້​ເອີ​ໂຣ ຊື່​ງປະ​ເທດ​ນີ້​ໄດ້​ກູ້​ຢືມ​ຂອງ​ບັນດາ​ເຈົ້າໜີ້​ເອກະ​ຊົນ.

 

ຂ່າວ/ບົດ​ອື່ນ