ເກຼັກຍື່ນສະເໜີແຜນການປະຕິຮູບແລະຫຼຸດຜ່ອນການໃຊ້ຈ່າຍໃໝ່

ເກຼັກຍື່ນສະເໜີແຜນການປະຕິຮູບແລະຫຼຸດຜ່ອນການໃຊ້ຈ່າຍໃໝ່ - ảnh 1
(ພາບປະກອບ)

​​(vovworld) - ວັນ​ທີ 09/07, ລັດຖະບານ​ເກຼັກ​​ໄດ້​ຍື່ນ​ແຜນການ​ປະຕິ​ຮູບ​ດ້ານ​ເສດຖະກິດ ຕາມ​ທິດ​​ຕອບ​ສະໜອງຄວາມ​ຮຽກ​ຮ​້​ອງຂອງ​ບັນດາ​ເຈົ້າ​ໜີ້ ກ່ຽວ​ກັບການ​ປະຕິບັດບັນດາ​ມາດ​ຕະການຫຼຸ​ດຜ່ອນການ​ໃຊ້​ຈ່າຍ​ເພື່ອ​ແລກ​ເອົາ​ບ້ວງ​ເງິນ​ກູ້​ຢືມ. ຂໍ້​ສະ​ເໜີ​ຂອງ​ເກຼັກລວມທັງ​​ບັນດາ​ຄຳ​ຮຽກຮ້ອງ​ໜູນ​ຊ່ວຍ​ດ້ານ​ການ​ເງິນ​ໃຫ້​​ເກຼັກ ​ໃນ​ຮອບ​ເວລາ 3 ປີ, ສ້າງ​ໂຄງ​ປະກອບ​ໜີ້​ສິນ​​ໃຫ້​ປະ​ເທດ​ນີ້ຄືນ​ໃໝ່ ​ແລະ ບ້ອງ​ເງິນ​ລົງທຶນ​ທີ່ມີ​ມູນ​ຄ່າ 35 ຕື້​ເອີ​ໂລ. ລັດຖະບານ​ເກຼັກ ກໍ່​ເຫັນ​ດີ​ກັບ​ຄວາມ​ຮຽກຮ້ອງ​ຂອງ​ບັນດາ​ເຈົ້າ​ໜີ້​ກ່ຽວ​ກັບ​ເລື່ອງ ບໍ່​ສົ່ງ​ເສີມ​ຄົນ​ງານ​ພັກ​ກິນ​ເບ້ັຍ​ບຳນານ​ກ່ອນ​ກຳນົດ, ພ້ອມ​ທັງ​ເພີ່ມ​ພາສີ​ລາຍ​ຮັບ​ຂຶ້ນ​ລະດັບ 1% ຍອດ​ຜະລິດ​ຕະພັນ​ພາຍ​ໃນ (GDP). ​ແຜນການ​ຂອງ​ເກຼັກ ຈະ​ຖື​ກອົງການ​ຕິດຕາມກວດກາ​ລາຍການ​ກູ້​ຊ່ວຍ​ປະ​ເທດ​ນີ້ ພິຈະລະ​ນາ​ກ່ອນ​ທີ່​ໄດ້​ຍົກ​ອອກ​ມາປຶກສາທີ່​ກອງ​ປະຊຸມ​ລັດຖະມົນຕີ​ການ​ຄ້າ​ບັນດາ​ປະ​ເທດ Eurozone ​ໃນ​ວັນ​ທີ 11/07. ​​ເວລາ​ນັ້ນ, ບັນດາ​ລັດຖະມົນຕີ​ຈະຕົກລົງ​ແຜນການ​ໄດ້​ຕອບ​ສະໜອງ​ບັນດາ​ເງື່ອນ​ໄຂ​ເພື່ອ​ດຳ​ເນີນ​ການ​ເຈລະຈາ​ກ່ຽວ​ກັບ​ບ້ວງ​ເງິນ​ກູ້​ຊ່ວຍ​ທີ 3 ​ໃຫ້​ເກຼັກ ​ໄດ​້​ຫຼື​ບໍ່. ຕາມ​ວົງ​ການ​ນັກ​ສັງ​ເກດ​ການ​ແລ​້ວ, ບັນດາ​ທະນາຄານ​ຂອງ​ເກຼັກ ຈະ​ຕ້ອງ​ປະ​ເຊີນ​ໜ້າ​ກັບ​ການລົ້ມ​ລະລາຍ​ໃນ​ຕົ້ນ​ສັບ​ປະດາ​ຈະ​ມາ​ເຖິງ, ຖ​້າຫາກວ່າ ປະ​ເທດ​ນີ້​ບໍ່​ບັນລຸ​ໄດ້​ຂໍ້​ຕົກລົງ​ກັບ​ບັນດາ​ເຈົ້າ​ໜີ້ ​ໃນ​ທ້າຍ​ສັບປະດານີ້.

ຂ່າວ/ບົດ​ອື່ນ