ເກຼັກຕອບສະໜອງ ເງື່ອນໄຂສຳຄັນເພື່ອ ຮັບບ້ວງເງິນຊ່ວຍກູ້

ເກຼັກຕອບສະໜອງ ເງື່ອນໄຂສຳຄັນເພື່ອ ຮັບບ້ວງເງິນຊ່ວຍກູ້ - ảnh 1
ການ​ປະ​ທ້ວງ​ຄັດຄ້ານ​ມາດ​ຕະການ​ແກ້​ໄຂ​ເສດຖະກິດ​ແບບ​ຮັດ​ເຂັມຂັດຂອງ​ລັດຖະບານ​ເກຼັກ​ໃນ​ປີທີ່ຜ່ານມາ (ພາບ:internet)
Vovworld- ຕອນ​ບ່າຍວັນ​ທີ 14/1, ສະພາ​ແຫ່ງ​ຊາດເກຼັກ ​ໄດ້​ຮັບຮອງ​ເອົາຮ່າງ​ກົດໝາຍ, ​ໃນ​ນັ້ນ​ລວມມີ ບັນດາ​ການ​ກະທຳ​ບຸລິມະສິດ​ສຸດ​ທ້າຍ ຊຶ່ງ ອາ​ແທນ ຕ້ອງ​ປະຕິບັດຕາມ​ຄວາມ​ຕ້ອງການ​ຂອງ​ເຈົ້າ​ໜີ້​ສາກົນ ​ເພື່ອ​ຈະ​ໄດ້​ຮັບ​ບ້ວງ​ເງິນ​ຊ່ວຍ​ກູ້​ການ​ເງິນ​ຄັ້ງ​ຕໍ່​ໄປ ​ແນ​ໃສ່​ຜ່ານ​ຜ່າ​ວິ​ກິດ​ການ​ໜີ້​ສາ​ທາ​ລະນະປະຈຸ​ບັນ. ຮ່າງ​ກົດໝາຍ​ດັ່ງ​ກ່າວ ລວມມີ​ຫຼາຍ​ໝວດ, ​ໃນ​ນັ້ນ ມີ 7 ກົດ​ໝາຍຂະໜາດນ້ອຍທີ່​ກ່ຽວຂ້ອງ​ເຖິງ​ຫຼາຍ​ບັນຫາ ຈາກ​ການ​ປັບປຸງ​ເພີ່ມ​ເຕີບ​ໃນ​ເນື້ອ​ໃນ​ສັນຍາ​ຊ່ວຍ​ກູ້​ລະຫວ່າງເກຼັກ ກັບສະຫະພາບ​ເອີ​ລົບ ​ແລະ ກອງ​ທຶນ​ສາກົນ, ຕະຫຼອດ​ຮອດ​ການ​ຄວບ​ຄຸມ​ການ​ເງິນ​ຢ່າງ​ແໜ້ນ​ແຟ້ນກ່ຽວ​ກັບ​ງົບປະມານ​ທີ່​ສະໜອງ​ໃຫ້​ແກ່​ກະຊວງ​ຕ່່າງໆ. ການຮັບຮອງ​ເອົາຮ່າງ​ກົດໝາຍນີ້ ພ້ອມ​ກັບ​ຮ່າງ​ກົດໝາຍ​ໃໝ່​ກ່ຽວ​ກັບ​ສ່ວຍສາ​ອາກອນ​ຊຶ່ງສະພາ​ແຫ່ງ​ຊາດເກຼັກ ​ໄດ້​ຮັບຮອງ​ເອົາ​ເມື່ອ​ທ້າຍ​ອາທິດ​ແລ້ວ​ນີ້, ກໍ​ແມ່ນ​ໜຶ່ງ​ໃນ​ບັນດາ​ເງື່ອນ​ໄຂ​ຕົ້ນຕໍ ທີ່​ປະ​ເທດ​ນີ້​ຕ້ອງ​ປະຕິບັດ​ເພື່ອ​ຮັບ​ບ້ວງ​ເງິນ​ຊ່ວຍ​ກູ້​ຄັ້ງ​ຕໍ່​ໄປ​ລວມມຸນ​ຄ່າ 9 ຕື້​ເອີ​ໂຣ ຈາກສະຫະພາບ​ເອີ​ລົບ ​ແລະ ກອງ​ທຶນ​ສາກົນ. ນີ້​ຖືກ​ຖື​ວ່າ​ແມ່ນ​ສັນຍາ​ອັນ​ຕັ້ງໜ້າ​ຕໍ່ໜ້າ​ກອງ​ປະຊຸມ ຊຶ່ງ​ຈະ​ດຳ​ເນີນ​ໃນ​ອາທິດ​ໜ້າ​ຂອງ​ກາ​ນນຳ​ກຸ່ມ​ບັນດາ​ປະ​ເທດ​ໃຊ້​ເງິນ​ເອີ​ໂຣລວມ ​ເພື່ອ​ປຶກສາ​ຫາລື​ບັນດາ​ບາດກ້າວ​ຕໍ່​ໄປ​ເພື່ອ​ແນ​ໃສ່​ຊ່ວຍ​ເກຼັກສະກັດ​ກັ້ນ​ໄພ​ລົ້ມ​ລະລາຍ .
ຂ່າວ/ບົດ​ອື່ນ