ເກຼັກປະກາດຂໍ້ສະເໜີໃໝ່ເພື່ອແກ້ໄຂວິກິດການໜີ້ສິນ

ເກຼັກປະກາດຂໍ້ສະເໜີໃໝ່ເພື່ອແກ້ໄຂວິກິດການໜີ້ສິນ - ảnh 1
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເກຼັກ Alexis Tsipras
(ພາບ: vtv.vn)

(vovworld) – ​​​ວັນ​ທີ 21/6, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເກຼັກ Alexis Tsipras ໄດ​້​ຍົກ​ອອກ​ຂໍ້​ສະ​ເໜີ​ໃໝ່​ເພື່ອ​ແນ​ໃສ່​ແກ້​ໄຂ​ສະ​ພາບ​ຕິດ​ຂັດ​ໃນ​ການ​ເຈ​ລ​ະ​ຈາ​ກັບ​ບັນ​ດາ​ເຈົ້າ​ໜີ້​ ເອີ​ລົບ ກ່ຽວ​ຂ້ອງ​ເຖິງ​ບັນ​ດາ​ການ​ປ່ອຍ​ເງິນ​ໃໝ່​ໃນ​ໂຄງ​ການ​​ຊ່ວຍ​ກູ້​ທີ່ສະ​ຫງວນ​ໃຫ້​ແກ່ ເກຼັກ. ເຖິງ​ຢ່າງ​ໃດ​ກໍ່​ຕາມ, ລາຍ​ລະ​ອ​ຽດ​ກ່ຽວ​ກັບ​ຂໍ້​ສະ​ເໜີ​ໃໝ່​ນີ້​ຂອງ ເກຼັກ ບໍ່​ທັນ​ໄດ້​ເປີດ​ເຜີຍ​ເທື່ອ. ຖ້າ​ຫາກບໍ່​ບັນ​ລຸ​ໄດ້​ຂໍ້​ຕົກ​ລົງ​ກັບ​ບັນ​ດາ​ເຈົ້າ​ໜີ້, ເກັກ ຈະ​ບໍ່​ມີ​ຈຳ​ນວນເງິນ​ 1,5 ຕື້ເອີ​ໂຣເພື່ອ​ສົ່ງ​ຄືນ​ໃຫ້​ກອງ​ທຶນ​ເງິນ​ຕາ​ສາ​ກົນ (IMF) ກ່ອນ​ຈຸດ​ເວ​ລາວັນ​ທີ 30/6. ເກຼັກ​ຕ້ອງ​ປະ​ເຊີນ​ໜ້າ​ກັບ​ການ​ຊຳ​ລະ​ບ້ວງ​ເງິນ 6,7 ຕື້ເອີ​ໂຣໃຫ້​ທະ​ນາ​ຄານ​ສູນ​ກາງ ເອີ​ລົບ (ECB) ໃນ​ເດືອນ 7 ແລະ ເດືອນ 8 ຈະ​ມາ​ເຖິງ. ການ​ທີ່ ເກຼັກ ປະ​ກາດ​ລົ້​ມ​ລະ​ລາຍ ແລະ ຖອນ​ອອກ​ຈາກ​ພາກ​ພື້ນ Eurozone ແມ່ນສິ່ງ​ທີ່​ອາດ​ເກີດ​ຂຶ້ນ​ຢ່າງ​ແນ່ນອນ.


ຂ່າວ/ບົດ​ອື່ນ