ເກັຼກສົ່ງຂໍ້ສະເໜີສະບັບປັບປຸງເຖິງບັນດາເຈົ້າໜີ້

ເກັຼກສົ່ງຂໍ້ສະເໜີສະບັບປັບປຸງເຖິງບັນດາເຈົ້າໜີ້ - ảnh 1
ທ່ານ​ນາຍົກລັດຖະມົນຕີ​ເກັຼກ Alexis Tsipras
(ພາບ:AFP)


(vovworld) – ວັນ​ທີ 1/7, ລັດຖະບານ​ເກັຼກຢືນຢັນ​ວ່າ: ລັດຖະບານ​ເກັຼກ ​ໄດ້​ສົ່ງ​ຂໍ້​ສະ​ເໜີ “​ໄດ້​ຮັບ​ການ​ປັບປຸງ” ​​ໃນ​ຈຸດ​ເວລາສຸດ​ທ້າຍ​ເຖິງ​ບັນດາ​ເຈົ້າ​ໜີ້​ສາກົນ​ຂອງ​ປະ​ເທດ​ນີ້​ດ້ວຍ​ຄວາມ​ຫວັງ​ວ່າ​ຈະ​ບັນລຸ​ໄດ້​ຂໍ້​ຕົກລົງ ​ເພື່ອ​ແນ​ໃສ່​ສະກັດ​ກັ້ນ​ວິ​ກິດ​ການ​ດ້ານ​ການ​ເງິນ. ຕາມ​ແຫຼ່ງຂ່າວ​ຈາກ​ລັດຖະບານ​ເກັຼກ ​ແລ້ວ, ​ໃນ​ຂໍ້​ສະ​ເໜີ​ສົ່ງ​ເຖິງ​ສະຫະພາບ​ເອີ​ລົບ (EU), ທະນາຄານ​ສູນ​ກາງ​ເອີ​ລົບ (ECB) ​ແລະ ກອງ​ທຶນ​ເງິນຕາ​ສາກົນ (IMF) ​ໃນ​ຕອນ​ຄຳ່​ວັນ​ທີ 30/6 ກ່ອນ​ທີ່ບ້ວງ​ເງິນກູ້​ຊ່ວຍ​ຂອງ Athens ໝົດ​ກຳນົດ​ເວລາ,​ ທ່ານ​ນາຍົກລັດຖະມົນຕີ​ເກັຼກ Alexis Tsipras ​ໄດ້​ຮຽກຮ້ອງ​ກ່ຽວ​ກັບ “ຂໍ້​ຕົກລົງ​ໃໝ່, ຕາມ​ນັ້ນ​ແລ​້ວກຳນົດ​ບັນດາ​ບັນຫາ​ດ້ານ​ການ​ເງິນ​ຂອງ​ປະ​ເທດ​ນີ້​ຜ່ານ​ກົນ​ໄກສ້າງ​ຄວາມ​ໝັ້ນຄົງເອີ​ລົບ(ESM) ​ເພື່​ອ​ແນ​ໃສ່​ຮັບປະກັນ​ຄວາມ​ສາມາດ​ ​ການຊ​ຳລະ​ໜີ້​ດ້ວຍ​ວິທີ​ເອົາ​ໃຈ​ໃສ່​​ເປັນ​ພິ​ເສດເຖິງ​ການ​ເຕີບ​ໂຕ”. ລັດຖະບານ​ເກັຼກ ​ໃຫ້​ຮູ້​ວ່າ: ບໍ່​ວ່າຂໍ້​ຕົກລົງ​ໃດໆ​ກໍ​ອະນຸຍາດ​ໃຫ້ Athens ​ຫຼຸດຜ່ອນ 30% ພາສີ​ອາກອນ​ມູນ​ຄ່າ​ເພີ່ມ (VAT) ​ແລະ ​ໂຈະ​ການ​ປັບປຸງ​ເງິນ​ເດືອນ​​ໃຫ້​ຜູ້​ກິນ​ເບ້ຍ​ບຳນານ​ເຖິງເດືອນ 10/2015.

ຂ່າວ/ບົດ​ອື່ນ