ເກຼັກອະນຸມັດຜ່ານມາດຕະການປະຢັດເພື່ອຮັບເອົາບ້ວງເງິນ 130 ຕື້ເອີໂລ

ເກຼັກອະນຸມັດຜ່ານມາດຕະການປະຢັດເພື່ອຮັບເອົາບ້ວງເງິນ 130 ຕື້ເອີໂລ - ảnh 1
( ພາບປະກອບ )
( vovworld ) - ວັນ​ທີ 19/2, ລັດຖະບານ​ເກຼັກ ​ໄດ້​ອະນຸມັດ​ຜ່ານ​ມາດ​ຕະການ​ ປະຢັດສຸດ​ທ້າ​ຍ​ເຊິ່ງສະຫະພາບ​ເອີ​ລົບ ( EU ) ​ແລະ ກອງ​ທຶນ​ເງິນຕາ​ສາກົນ ( IMF) ຮຽກຮ້ອ​ງ​ເພື່ອ​ຮັບ​ເອົາ​ບ້ວງ​ເງິນ​ອຸປະ​ຖຳ​ທີ 2 ທີ່​ມີ​ມູນ​ຄ່າ 130 ຕື້​ເອີ​​ໂລເພື່ອຊ່ວຍ Aten ​ໃນ​ການ​ແກ້​ໄຂ​ໜີ້​ສິນ. ລັດຖະບານເກຼັກ ຈະຍື່ນ​ສະ​ເໜີ​ຕໍ່​ສະພາ​ແຫ່ງ​ຊາດ​ເພື່ອ​​ອະນຸມັດຜ່ານ​ມາດ​ຕະການ​ໃໝ່​ນີ້​ໃນ​ວັນ​ທີ 20/2. ​ໃນ​ກອງ​ປະຊຸມ​ຂອງ​ວັນ​ດຽວ​ກັນ, ລັດຖະບານ​ເກຼັກ ​ຕົກລົງ​ວ່າວັນ​ທີ 8/3 ຈະ​ສະ​ເໜີ​ບັນດາ​ນັກ​ລົງທຶນ​ພາກ​ເອກະ​ຊົນ​ແລກປ່ຽນ​ພັນທະບັດ​ເກົ່າດ້ວຍ​ຍອດ​ມູນ​ຄ່າ 206 ຕື້​​ເອ​ີໂລ​ເປັນ​ພັນທະບັດ​ໃໝ່, ​​ໃນ​ການ​ແລກປ່ຽນ​ນີ້​, ບັນດາ​ນັກ​ລົງ​ທຶນ​ອາດ​ຈະ​ຖືກ​ເສຍ​ຫາຍຊັບ​ສົມ​ບັດ​ທີ່​ລົງທຶນ​ເຂົ້າ​ພັນທະບັດ​ຂອງ​ຕົນເຖິງ 70%.
ຂ່າວ/ບົດ​ອື່ນ