ເກຼັກແລະອີຣານອະນຸຍາດໃຫ້ລັດເຊຍນຳໃຊ້ນ່ານຟ້າເພື່ອລຳລຽງໃຫ້ຊີຣີ

ເກຼັກແລະອີຣານອະນຸຍາດໃຫ້ລັດເຊຍນຳໃຊ້ນ່ານຟ້າເພື່ອລຳລຽງໃຫ້ຊີຣີ - ảnh 1
(ພາບປະກອບ: Sputnik)

(vovworld) –  ເກຼັກ​ ແລະ ​​ອີຣານ ອະນຸຍາດ​ໃຫ້​ລັດ​ເຊ​ຍ ນຳ​ໃຊ້​ນ່ານ​ຟ້າ​ເພື່ອ​ລຳລຽງ​ໃຫ້​ຊີຣີ. ວັນ​ທີ 09/09, ສຳນັກ​ຂ່າວສາ​ນລັ​ດ​ເຊຍ TASS ​ໄດ້​ຄັດ​ຄຳ​ເວົ້າຂອງ​ເຈ​ົ້າໜ້າ​ທີ່​ສະຖານທູດ​ລັດ​ເຊຍ ປະຈຳ Athens ​ໃຫ້​ຮູ້​ວ່າ, ​ເກຼັກ ​ໄດ້​ຕົກລົງ​ໃຫ້​ລັດ​ເຊ​ຍ ນຳ​ໃຊ້​ນ່ານຟ້າ​ຂອງ​ປະ​ເທດ​ນີ້ ​ເພື່ອ​ປະຕິ​ບັດ​ບັນດາ​ຖ້ຽວ​ບິນ​ມະນຸດສະທຳ​ເຖິງ​ຊີຣີ. ສຳນັກ​ຂ່າວ​ສານ Interfax ​ໄດ້​ຄັດ​ຄຳ​ເວົ້າ​ຂອງ​ເຈົ້າ​ໜ້າ​ທີ່​ສະຖານທູດ​ລັດ​ເຊຍ ປະ​ຈຳ​ເຕ​ເຣຣານ ​ໃຫ້​ຮູ​້ວ່າ, ອີຣານ ​ໄດ້​ເຫັນ​ດີ ກັບ​ທຸກ​ຂໍ້​ສະ​ເໜີ​ຂອງ​ມົດສະກູ ​ເມື່ອນຳ​ໃຊ້​ນ່ານຟ້າ​ຂອງ​ອີຣານ ​ໃຫ້​ໜ້າ​ທີ່​ນີ້.

        ກ່ອນ​ໜ້າ​ນັ້ນ, ​ໃນ​ວັນ​ດຽວ​ກັນ, ກະຊວງ​ການ​ຕ່າງປະ​ເທດ​ບຸນ​ກາຣີ ​ຖະ​ແຫຼ​ງວ່າ ພຽງ​​ແຕ່ເປີດ​ນ່ານຟ​​້າ ​ໃຫ້​ບັນດາ​ເຮື​ອບິນ​ຂອງ​ລັດ​ເຊ​ີຍ ຂົນສົ່ງ​ສິນຄ້າ ​ເຖິງ​ຊີຣີ ພາຍຫຼັງ​ໄດ້ຮັບ​ການ​ກວດກາ​ສິນຄ້າ​ໃນ​ເຮືອບິ​ນ​ເທົ່າ​ນັ້ນ.

ຂ່າວ/ບົດ​ອື່ນ