ເກີດກໍລະນີຕິດໂລກ ໄຂ້ຫວັດ H7N9 ຄືນໃໝ່ຢູ່ຈີນ

ເກີດກໍລະນີຕິດໂລກ ໄຂ້ຫວັດ H7N9 ຄືນໃໝ່ຢູ່ຈີນ - ảnh 1
(ພາບປະກອບ
)

(vovworld)-   ຢູ່​ປະ​ເທດ​ຈີນ, ຄົນ​ເຈັບ​ຜູ້ 1 ຈາກ​ແຂວງ ​ເຄືອ​​​​​ໄປ ຖືກ​ສົ່ງ​​ເຖິງນະຄອນຫຼວງ​ປັກ​ກິ​ງ ​ເພື່ອ​ປິ່ນປົວ​ພະຍາດ ​ແລະ ​ໄດ້​ຮັບ​ການ​ສະຫລຸບວ່າ​ຕິດ​ໄວຣັດ​ໄຂ້ຫວັດ​ສັດ​ປີກ H7N9. ປະຈຸ​ບັນ, ຄົນ​ເຈັບຜູ້​ນີ້​ພວມ​ຢູ່​ໃນ​ອາການ​ໜັກ. ບັນດາ​ທ່ານໝໍ​ຂອງ​ໂຮງໝໍ ຈາວ​ຢາງ ຢູ່​ນະຄອນຫຼວງ​ປັກ​ກິ​ງ​ໃຫ້​ຮູ້​ວ່າ: ຄົນ​ເຈ​ັບ​ນີ້ແມ່ນ​ຜູ້ຍິງ, ອາຍຸ 61 ປີ, ​ເປັນ​ຜູ້​ຂາຍ​ຜັກ​ຢູ່​ຕະຫຼາດ​ຂາຍ​ສັດ​ປີກຢູ່​ແຂວງ​ເຄື​ຍ​ໄປ.   ປະຈຸ​ບັນ, ບັນດາຜູ້​ທີ່ເຄີຍ​ພົວພ​ັນ​ກັບ​ຄົນ​ເຈັບ​ຜູ້​ນີ້​ລ້ວນ​ແຕ່​ໄດ້​ຮັບ​ການ​ຕິດຕາມ ​ແລະ ບໍ່​ທັນ​ເຫັນ​ມີ​ສັນຍານ​ຜິດ​ປົກກະຕິ​ເທື່ອ. ຕາມ​ກະຊວງ​ສາທາລະນະ​ສຸກ​ຈີນ​ ​ແລ້ວ, ບັນດາ​ກໍລະນີ​ຕິດ​ໄວຣັດ H7N9 ຢູ່​ປະ​ເທດ​ນີ້ ບໍ່​ມີ​ສັນຍານ​ຕິດ​ແປດ​ຈາກ​ຄົ​ນ​ສູ່​ຄົນ.

ຂ່າວ/ບົດ​ອື່ນ